ຊົມເຊີຍ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ

ກອງ​ປະຊຸມ​ໃຫຍ່​ຄັ້ງທີ I ຂອງ​ພັກ​ເຮົາ ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ຢູ່​ຖານ​ຢູ່ໝັ້ນ​ແຫ່ງໜຶ່ງ ຂອງ​ແຂວງຫົວພັນ ໃນລະຫວ່າງວັນທີ 6-22 ມີນາ 1955 ແລະ  ໄດ້​ຕົກລົງ​ສ້າງຕັ້ງພັກປະຊາຊົນລາວ ຊຶ່ງແມ່ນພັກປະຊາຊົນປະຕິວັດລາວໃນປັດຈຸບັນ ຂຶ້ນຢ່າງເປັນທາງການ ເພື່ອສືບທອດພາລະກິດອັນມີກຽດ ສະຫງ່າຂອງພັກກອມມູນິດອິນດູຈີນ ແລະ ຮັບເອົາພາລະກຳປະຫວັດສາດອັນແສນຫຍຸ້ງຍາກລຳບາກ; ແຕ່, ສະຫງ່າລາສີທີ່ສຸດ ໃນການນຳພາຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ.

            ການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດລາວ ແມ່ນເຫດການອັນຍິ່ງໃຫຍ່ ແລະ ສຳຄັນ ທີ່ສຸດໃນປະຫວັດສາດຂອງຊາດເຮົາ ແລະ ທັງເປັນຂີດໝາຍແຫ່ງບາດກ້າວຂະຫຍາຍຕົວໃໝ່ຂອງພາລະ ກິດປະຕິວັດຂອງປະຊາຊົນລາວ. ຈາກນັ້ນ, ປະຫວັດສາດຂອງຂະບວນການຕໍ່ສູ້ ຂອງປະຊາຊົນລາວກໍໄດ້ ຕິດແໜ້ນກັບປະຫວັດສາດ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ ນັບຕັ້ງແຕ່ເວລານັ້ນເປັນຕົ້ນມາ ຈົນຮອດປັດຈຸບັນ.

ພຽງແຕ່ໄດ້ກຳເນີດຂຶ້ນ​ ແລະ ​ພວມຍັງ​ຢູ່​ໃນ​ສະພາວະ​ທີ່​ອ່ອນ​ນ້ອຍນັ້ນ,​ພັກເຮົາໄດ້ຢືນຢູ່ຕໍ່ໜ້າການ

ທົດສອບອັນຮ້າຍແຮງທີ່ສຸດ.ຍ້ອນວ່າ, ມັນແມ່ນໄລຍະເວລາທີ່ພວກລ່າເມືອງຂຶ້ນແບບໃໝ່ໄດ້ເຂົ້າມາປ່ຽນ ແທນພວກລ່າເມືອງຂຶ້ນແບບເກົ່າ ທີ່ໄດ້ຖືກປະລາໄຊໄປແລ້ວ ຊຶ່ງພວກລ່າເມືອງຂຶ້ນແບບໃໝ່ໄດ້ດຳເນີນສົງ

ຄາມຮຸກຮານ ທີ່ມີລັກສະນະລ້າງຜານດ້ວຍກຳລັງອັນໃຫຍ່ຫຼວງ ແລະ ມີພາຫະນະສົງຄາມ ທີ່ທັນສະໄໝ ສົມທົບກັບການນຳໃຊ້ກົນອຸບາຍທີ່ໂຫດຫ້ຽມ ເພື່ອຫວັງດັບມອດກຳລັງປະຕິວັດທີ່ຍັງອ່ອນນ້ອຍໃນເວລາ ນັ້ນ.

​ແຕ່, ​ດ້ວຍ​ແນວທາງ​ການ​ເມືອງ​ທີ່​ຖືກຕ້ອງ, ການ​ນຳພາ​ທີ່​ສະຫຼາດ​ສ່ອງ​ໃສ, ດ້ວຍ​ມານະ​ຈິດ​ປະຕິ ວັດ​ທີ່​ສູງ​ສົ່ງ​, ໜຽວ​ແໜ້ນ ແລະ ​ສຸດ​ກົກສຸດປາຍ​າຍ​. ບົນ​ພື້ນຖານຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ ແລະ ​   ຂ​ອງ​ປະຊາຊົນ​ເປັນ​ທີ່​ຕັ້ງນັ້ນ.ພັກເຮົາ​ໄດ້​ເດັດດ່ຽວນຳພາຂະບວນການຕໍ່ສູ້ປະຕິວັດຂອງປະຊາຊົນລາວບັນດາເຜົ່າ ຜ່ານ​ພະຍຸ​ລົມ​ແດງທີ່​ບໍ່​ອາດ​ຈະ​ພັນ​ລະນາ​ເຖິງ​ຄວາມ​ຫຍຸ້ງຍາກ, ລໍາບາກໄດ້ ແລະ ຍາມ​ໃດ​ພັກ​ເຮົາ​ ກໍ່​ມີ ຄວາມ​ເຊື່ອ​ໝັ້ນຕໍ່​ກຳລັງ​ແຮງ​ມະຫາຊົນ, ອີງ​ໃສ່​ມະຫາຊົນ​ເປັນກົກ, ປະຊາຊົນລາວບັນດາເຜົ່າໄດ້ສາມັກຄີ ກັນເປັນຈິດໜຶ່ງໃຈດຽວຢູ່ອ້ອມຂ້າງພັກ, ພາຍໃຕ້ແນວໂຮມກູ້ຊາດອັນກວ້າງຂວາງ, ດຳເນີນການຕໍ່ສູ້ອັນລະອິດລະອ້ຽວ, ຍືດເຍື້ອຍາວນານ ພາຍໃຕ້ ຄັນທຸງຊາດ-ປະຊາທິປະໄຕ.

ພັກເຮົາໄດ້ໝູນໃຊ້ຢ່າງຄ່ອງແຄ້ວ ແລະ ສົມທົບແໜ້ນລະຫວ່າງການຕໍ່ສູ້ດ້ວຍອາວຸດກັບການຕໍ່ສູ້ທາງດ້ານການເມືອງ, ການຕ່າງປະເທດ ແລະ ດ້ານກົດໝາຍ. ສົມທົບຢ່າງແໜ້ນແຟ້ນ ລະຫວ່າງກຳລັງ ແຮງຂອງຊາດກັບກຳລັງແຮງຂອງການຮ່ວມສຳພັນສູ້ຮົບ ລະຫວ່າງ ລາວຫວຽດນາມ ແລະ ກຳປູເຈຍ ກັບ ກຳລັງແຮງຂອງຍຸກສະໄໝ, ຍາດແຍ່ງຄວາມເປັນໃຈ,ການສະໜັບສະໜູນ, ຊ່ວຍເຫຼືອຈາກເພື່ອນມິດ, ສາກົນຢ່າງກວ້າງຂວາງສ້າງກາລະໂອກາດ ແລະ ກຳແໜ້ນກາລະໂອກາດໃນການຕໍ່ສູ້, ຍາດເອົາໄຊຊະ ນະເປັນແຕ່ລະພາກສ່ວນກ້າວໄປສູ່ການຍາດເອົາໄຊຊະນະຢ່າງສົມບູນ ດ້ວຍການລຸກຮື້ຂຶ້ນ  ແລະ ປົດ ປ່ອຍປະເທດຊາດຢ່າງສົມບູນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ອັນໄດ້ເຮັດໃຫ້ລະບອບລາຊາທິປະໄຕ ແລະ ແອກຄອບຄອງຂອງຈັກກະພັດ ຢູ່ປະເທດ ເຮົາໄດ້ສິ້ນສຸດລົງ, ພ້ອມດຽວກັນນີ້, ກໍໄດ້ເປັນການໄຂສັງກາດໃໝ່, ສັງກາດແຫ່ງເອກະລາດ, ອິດສະຫຼະ ພາບ ແລະ ວັດທະນາຖາວອນ ຂອງຊາດເຮົາ.

          ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ, ພັກເຮົາໄດ້ນຳພາປວງຊົນລາວທັງຊາດດຳເນີນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອກ້າວຂຶ້ນ.ເຖິງວ່າ, ໃນບາດກ້າວເບື້ອງຕົ້ນ ຈະປະ ສົບກັບການທົດສອບໃໝ່ ທີ່ມີຄວາມຫຍຸ້ງຍາກ  ແລະ  ຂ້ຽວຂາດທີ່ສຸດ, ແຕ່, ພັກເຮົາ ກໍ່ໄດ້ເດັດດ່ຽວ ນຳພາ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ທີ່ມີລັກສະນະເປັນພື້ນຖານ, ໜັກແໜ້ນ ໃນແຕ່ລະດ້ານ. ອັນສຳຄັນແມ່ນ ພວກເຮົາສາມາດທັບມ້າງໄດ້ບັນດາກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ອິດທິກຳລັງ ປໍລະປັກລົງໄດ້ຢ່າງສິ້ນເຊີງ, ສາມາດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນໄວ້ໄດ້ຢ່າງໝັ້ນຄົງ, ສາມາດຮັບປະກັນຄວາມສະຫົງບ, ຄວາມເປັນລະບຽບ ແລະ ຄວາມປອດໄພ ຢູ່ໃນທົ່ວສັງຄົມໄດ້ໂດຍພື້ນຖານ,ດຳເນີນການຮຳບາດແຜສົງຄາມ, ຟື້ນຟູການຜະລິດ, ຂະຫຍາຍວັດທະນະທຳ, ປົວແປງ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ເຂົ້າສູ່ຄວາມປົກກະຕິເທື່ອລະກ້າວ.

ໃນຊຸມປີແຫ່ງການນຳພາການດໍາເນີນພາລະກິດປ່ຽນແປງໃໝ່ ຊຶ່ງນັບແຕ່ມື້ເລີ່ມຕົ້ນ ມາເຖິງປັດຈຸ ບັນ ເຖິງວ່າ,ພວກເຮົາມີຄວາມຫຍຸ້ງຍາກຫຼາຍດ້ານ, ສະພາບການຂອງໂລກແລະພາກພື້ນຈະຜັນແປໄປຢ່າງ ສັບສົນ, ໄວວາ ແລະ ຍາກທີ່ຈະຄາດຄະເນໄດ້ຢ່າງຖືກຕ້ອງ, ສັດຕູ ແລະ ອິດທິກຳລັງປໍລະປັກຍັງຄົງ ບໍ່ລົດລະໃນການເຄື່ອນໄຫວມ້າງເພທຳລາຍພັກ, ຈຳກັດ, ຂັດຂວາງ, ທ່ວງດຶງ ບາດກ້າວເດີນຂອງປະເທດຊາດກໍ່ຕາມ, ແຕ່, ພັກເຮົາກໍ່ໄດ້ເດັດດ່ຽວນຳພາການປ່ຽນແປງໃໝ່ ແລະ ມາຮອດປັດຈຸບັນກໍ່ສາມາດບັນລຸໄດ້ໝາກຜົນທີ່ມີລັກສະນະໜັກແໜ້ນ, ຕໍ່ເນື່ອງ ແລະ ເປັນພື້ນຖານຫຼາຍປະການ. ໃນນີ້, ເສດຖະກິດ ໄດ້ຮັບການພັດທະນາ ໃຫ້ຂະຫຍາຍຕົວດ້ວຍຈັງຫວະທີ່ໄວຂຶ້ນ, ສະຖຽນລະພາບທາງດ້ານການເມືອງມີ ຄວາມໜັກແໜ້ນ ແລະ ໝັ້ນຄົງ; ບົດບາດຊື່ສຽງ, ຄວາມ ເຊື່ອໝັ້ນຂອງເພື່ອນມິດ, ສາກົນຕໍ່ ສປປລາວ ໄດ້ຮັບການເປີດກວ້າງ ແລະ ເຊີດຊູຂຶ້ນຢ່າງຈະແຈ້ງ ຊຶ່ງທັງໝົດເຫຼົ່ານີ້ໄດ້ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ບົດບາດ ແລະ ຄວາມສາມາດໃນການນຳພາຂອງພັກເຮົານັບມື້ໜັກແໜ້ນ.

ເມື່ອພວກເຮົາຫວນຄືນເບິ່ງຕະຫຼອດໄລຍະເວລາ  67 ປີທີ່ຜ່ານມາ, ພວກເຮົາຍິ່ງມີຄວາມເອກ ອ້າງທະນົງໃຈ ແລະ ເຫັນແຈ້ງວ່າ : ພັກເຮົາໄດ້ປະຕິບັດພາລະບົດບາດຂອງຕົນຢ່າງສົມກຽດກັບຄວາມຮັກ ແພງ ແລະ ຄວາມເຊື່ອຖືຂອງປະຊາຊົນບັນດາເຜົ່າ, ຍາມໃດກໍ່ໄດ້ຍົກສູງຈິດໃຈຕໍ່ສູ້ອັນກ້າແກ່ນ, ເດັດ ຂາດບໍ່ຍອມຈຳນົນ; ຍາມໃດກໍ່ມີຄວາມບໍລິສຸດຜຸດຜ່ອງ ຕໍ່ຜົນປະໂຫຍດຂອງຊົນຊັ້ນ ແລະ ຂອງຊາດ ເຮົາຢູ່ສະເໝີ, ພັກເຮົາບໍ່ມີວັດຖຸປະສົງອື່ນໃດ, ນອກຈາກ ເຮັດທຸກສິ່ງທຸກຢ່າງເພື່ອໃຫ້ປະຊາຊົນໄດ້ຢູ່ດີ ກິນດີ, ມີຄວາມຜາສຸກ ແລະ ປະເທດຊາດຮັ່ງມີ, ເຂັ້ມແຂງ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ. ພ້ອມດຽວກັນນີ້, ພຶດຕິກຳໃນຕະຫຼອດໄລຍະຜ່ານມາໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ : ພັກເຮົາເປັນປັດໄຈພື້ນຖານທີ່ຕັດສິນກວ່າໝູ່ຕໍ່ຜົນສຳເລັດຂອງການປະຕິວັດຢູ່ປະເທດເຮົາ.

ຕະຫຼອດໄລຍະເວລາ  67 ປີແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ເຄື່ອນໄຫວນຳພາທີ່ຜ່ານມາ, ພັກເຮົາໄດ້ແບກຫາບພາລະກຳປະຫວັດສາດ ອັນຍິ່ງໃຫຍ່ໃນແຕ່ລະໄລຍະ ທີ່ແຕກຕ່າງກັນ ແລະ ກໍມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ : ພັກເຮົາໄດ້ສາມາດປະຕິບັດພາລະກຳປະຫວັດ ສາດເຫຼົ່ານັ້ນໄດ້ສຳເລັດຢ່າງສະຫງ່າງາມ.

ໃນປັດຈຸບັນ ກໍຄືຊຸມປີຕໍ່ໜ້ານີ້, ພັກເຮົາຮັບຮູ້ແຈ້ງຄວາມຮັບຜິດຊອບ ອັນໜັກໜ່ວງຂອງ ຕົນໃນການນຳພາປວງຊົນລາວທັງຊາດສືບຕໍ່ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພາຍໃຕ້ຄໍາຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ’’ ອັນນີ້ແມ່ນພາລະກຳປະຫວັດສາດ ທີ່ພັກເຮົາຈະຕ້ອງນຳພາຈັດຕັ້ງປະຕິບັດໃຫ້ບັນລຸຜົນ ຊຶ່ງແມ່ນ ພາລະກິດທີ່ໜັກໜ່ວງ, ມີກຽດສະຫງ່າ ແລະ ເຕັມໄປດ້ວຍສິ່ງທ້າທາຍຂອງ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່, ການທໍາມາຫາກິນ ແລະ ສ້າງສາບູລະນະ ລະບອບປະຊາທິປະໄຕ ປະຊາຊົນ, ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

 

                                            ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ

 

ຂຽນໂດຍ: ວິລັດ ຜິວອອນ

ຮຽບຮຽງ: ​ຄຳແສງ ແກ້ວປະເສີດ