ເອກອັກຄະລັດຖະທູດ ສປປລາວ ປະຈຳ ສ. ສິງກະໂປ ເຂົ້າພົບປະ ຮອງລັດຖະມົນຕີ

          ຕອນບ່າຍ ວັນທີ 24 ມັງກອນ 2024 ນີ້, ຢູ່ຫ້ອງຮັບແຂກຊັ້ນ2 ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຢ້ຽມພົບປະ ເນື່ອງໃນໂອກາດ ທ່ານ ທູດນຳພາ ທ່ານ Michael wong ຫົວໜ້າຝ່າຍບໍລິຫານປະຕິບັດງານຂອງບໍລິສັດ ທຸລະກິດພະລັງງານ ປະເທດ ສິງກະໂປ ເຄື່ອນໄຫວເຮັດວຽກ ຢູ່ ສປປລາວ ລະຫວ່າງວັນທີ 23-25 ມັງກອນ 2024 ນີ້.
          ໃນໂອກາດດັ່ງກ່າວ ທ່ານ Michael wong ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຄັ້ງນີ້ໃຫ້ ທ່ານ ຮອງລັດຖະມົນຕີ ໄດ້ຮັບຊາບ ໂດຍສະເພາະແມ່ນການ ສຶກສາຄວາມເປັນໄປໄດ້ໃນການຮ່ວມມື ຊື້-ຂາຍ ແລະ ພັດທະນາພະລັງງານໄຟຟ້າ ກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປລາວ ໃນນີ້ໄດ້ພົບປະເຮັດວຽກຮ່ວມກັບ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສາຍສົ່ງພາກໃຕ້ຂອງ ຈີນ.
ທ່ານ ຮອງລັດຖະມົນຕີ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາຍິນດີທີ່ຈະຮ່ວມມືກັນພັດທະນາ ແລະ ຊື້-ຂາຍພະລັງງານໄຟຟ້າລະຫວ່າງສອງປະເທດໂດຍກົງ ໂດຍຖືເອົາຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ. ທ່ານ ຮອງລັດຖະມົນຕີ ຍັງໄດ້ສະເໜີແຜນການພັດທະນາພະລັງງານໄຟຟ້າຂອງ ສປປລາວ ໃຫ້ ທ່ານ Michael wong ຮັບຊາບຕື່ມອີກ.
ບໍລິສັດ ທຸລະກິດພະລັງງານ ປະເທດ ສິງກະໂປ ເປັນບໍລິສັດທີ່ລັດຖະບານສິ່ງກະໂປ ມອບສິດໃຫ້ເປັນຜູ້ຈັດຫາພະລັງງານໄຟຟ້າ ເພື່ອສະໜອງການຊົມໃຊ້ຢູ່ພາຍໃນປະເທດສິງກະໂປ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: mem.gov.la
ສາຍດ່ວນ: 1506