ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມພິທີເປີດປ້າຍໄຊຍະມຸງຄຸນ ກອງທຶນພັດທະນາໄຊສົມບູນ

     ຕອນບ່າຍຂອງວັນທີ 14 ທັນວາ 2021 ນີ້ ຢູ່ທີ່ສະໂມສອນເມືອງອະນຸວົງ ໄດ້ມີພິທີເປີດປ້າຍໄຊຍະມຸງຄຸນ ກອງທຶນພັດທະນາໄຊສົມບູນ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ແລະ ລັ່ນກອງ 9 ບາດຂອງ ທ່ານ ພົຕ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າໆແຂວງ ໄຊສົມບູນ, ມີ ທ່ານ ຈັນທະບຸນ ລັດຕະນະວົງ ຜູ້ຊ່ວຍວຽກ ທ່ານ ນາຍົກລັດຖະມົນຕີ, ປະທານສະພາບໍລິຫານກອງທຶນພັດທະນາໄຊສົມບູນ ພ້ອມດ້ວຍການນຳຈາກບັນດາກະຊວງ ແລະ ແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ເປັນສັກຂີພິຍານ. ສຳລັບກະຊວງ ພະລັງງານ ແລະ ບໍ່ແຮ່ ນຳໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ 

      ໃນພິທີອັນມີຄວາມໝາຍສຳຄັນນີ້, ທ່ານ ສີສຸພັນ ໂພໄຊສີ ຫົວໜ້າຫ້ອງການກອງທຶນພັດທະນາໄຊສົມບູນ ໄດ້ລາຍງານຄວາມເປັນມາ ຂອງກອງທຶນພັດທະນາໄຊສົມບູນ. ທາງດ້ານ ທ່ານ ຈັນທະບຸນ ລັດຕະນະວົງ ຜູ້ຊ່ວຍວຽກນາຍົກລັດຖະມົນຕີ, ປະທານສະພາບໍລິຫານກອງທຶນພັດທະນາໄຊສົມບູນ ໄດ້ມີຄໍາເຫັນກ່າວເປີດປ້າຍໄຊຍະມຸງຄຸນ ຢ່າງເປັນທາງການ ພ້ອມທັງວາງຄາດໝາຍສູ້ຊົນແຕ່ນີ້ຮອດປີ 2025 ສ້າງໃຫ້ກອງທຶນພັດທະນາໄຊສົມບູນ ກາຍເປັນທະນະຄານພັດທະນາໄຊສົມບູນ. ຫຼັງຈາກນັ້ນ, ທ່ານ ພົຕ ຄໍາລຽງ ອຸທະໄກສອນ ແລະ ທ່ານ ຈັນທະບຸນ ລັດຕະນະວົງ ພ້ອມດ້ວຍສະມາຊິກສະພາບໍລິຫານກອງທຶນ ໄດ້ຂຶ້ນຕັດແຖບຜ້າ ພ້ອມທັງເປີດປ້າຍສັນຍາລັກ (ໂລໂກ້) ກອງທຶນພັດທະນາໄຊສົມບູນ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ພິທີເປີດປ້າຍໄຊຍະມຸງຄຸນ ກອງທຶນພັດທະນາໄຊສົມບູນ.

      ການສ້າງກອງທຶນພັດທະນໄຊສົມບູນ ແມ່ນການຜັນຂະຫຍາຍດໍາລັດ 414 ຂອງລັດຖະບານ ວ່າດ້ວຍນະໂຍບາຍພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໄຊສົມບູນ ເພື່ອແນໃສ່ພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕາມແນວຄວາມຄິດຍຸດທະສາດ ກໍຄື ‘’ຢາກແກ້ໄຂຄວາມບໍ່ສະຫງົບ ຕ້ອງມີການພັດທະນາ’’ ແລະ ‘’ພັດທະນາແບບຍືນຍົງຕາມທິດສີຂຽວ’’ ຊຶ່ງ ທ່ານ ສີສຸພັນ ໂພໄຊສີ ຫົວໜ້າຫ້ອງການກອງທຶນພັດທະນາໄຊສົມບູນ ໄດ້ໃຫ້ສໍາພາດວ່າ ໃນໄລຍະຜ່ານມາຫ້ອງການກອງທຶນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສະໜອງສິນເຊື່ອ ດ້ວຍກົນໄກອັດຕາດອກເບ້ຍຕໍ່າ ແລະ ມີໄລຍະເວລາຊໍາລະຍາວນານ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມແນວຄິດຍຸດທະສາດດັ່ງກ່າວ.

ແຫຼ່ງຂໍ້ມູນ ແລະ ພາບ: ກອງເລຂາການນຳກະຊວງ
ຮຽບຮຽງຂ່າວ: ຄຳແສງແກ້ວປະເສີດ