ອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ປະຖະກະຖາວັນສຳຄັນຂອງພັກຂອງຊາດ ແລະ ເຊື່ອມຊຶມເອກະສານຂອງພັກ Post author:mem admin Post published:10/01/2023 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ຕອນເຊົ້າວັນທີ 30 ທັນວາ 2022 ນີ້, ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະຖະກະຖາເລົ່າຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະ ເຊື່ອມຊຶມ 3 ເອກະສານຂອງພັກຄື: ເອກະສານບົດສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2003-2022 ແລະ ທິດທາງຮອດປີ 2025; ເອກະສານບົດຄຳເຫັນຂອງ ສະຫາຍ ເລຂາເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V; ເອກະສານມະຕິຂອງກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ V ແລະ ເອກະສານມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ເຂົ້າໃນຊີວິດຕົວຈິງ ໂດຍການເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຮອງເລຂາຄະນະພັກກະຊວງ, ຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ເລຂາ,ຮອງເລຂາ, ພ້ອມດ້ວຍສະມາຊິກພັກຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ ໃນພິທີ ທີ່ມີຄວາມໝາຍສຳຄັນ, ສະຫາຍ ເລຂາຄະນະພັກກະຊວງ ໄດ້ໃຫ້ກຽດປະຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ ຄົບຮອບ 47 ປີ, ຫຼັງຈາກນັ້ນ ສະຫາຍ ກໍ່ສືບຕໍ່ເຜີຍແຜ່ບັນດາເອກະສານທີ່ສຳຄັນຂອງພັກ ພ້ອມກັນນີ້, ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ຫວນຄືນເຖິງມູນເຊື້ອ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ພາບ: ສົມສະໜຸກ ທອງສະຫງວນ ແລະ ວຽງສະຫວັນ ປຣະດິດຂ່າວ: ຄຳແສງ ແກ້ວປະເສີດ You Might Also Like ທ່ານ ລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານທູດມາເລເຊຍ ປະຈຳ ສປປ ລາວ 15/09/2022 ກະຊວງພະລັງງານ ແລະ ບໍ່ແຮ່ ປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ 24/10/2024 ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງ-ບູລະນະສ້ອມແປງເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກການຂົນສົ່ງພິເສດ 13/03/2024
ກະຊວງພະລັງງານ ແລະ ບໍ່ແຮ່ ປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ 24/10/2024
ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງ-ບູລະນະສ້ອມແປງເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກການຂົນສົ່ງພິເສດ 13/03/2024