
ໃນວັນທີ 27 ພະຈີກ 2024 ນີ້, ກຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກ 3ສ້າງ ປະຈຳປີ 2024 ຂອງ ກະຊວງຂຶ້ນ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີຄະນະປະຈຳພັກ, ຄະນະພັກກະຊວງ, ຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ລັດຖະມົນຕີ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ແມ່ນສະຫຼຸບລາຍງານ ແລະ ສັງລວມວຽກງານການຈັດຕັ້ງປະຕິບັດວຽກງານ 3 ສ້າງຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໃນໄລະຍະຜ່ານມາ; ຕີລາຄາສະພາບລວມ, ສັງເກດດ້ານດີ, ຂໍ້ຄົງຄ້າງ ແລະ ທີດທາງແຜນການໃນຕໍ່ໜ້າ ຂອງ ຂະແໜງ ພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້ ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ປືກສາຫາລືກ່ຽວກັບ ຜົນການຕີດຕາມ,ກວດກາຂອງຄະນະປະຈຳສະພາແຫ່ງຊາດໃນການ ຈັດຕັ້ງປະຕີບັດວຽກງານ 3 ສ້າງຮ່ວມກັບກະຊວງ ແລະ ອົງການກ່ຽວຂ້ອງຂັ້ນສູນການຜ່ານມາ.






