
ຕອນເຊົ້າວັນທີ 07 ກຸມພາ 2025 ທ່ານ ນາງ Mel Barlow ເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ແລະ ຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢູ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່.
ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ Mel Barlow ເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ ທີ່ໄດ້ມາຢ້ຽມຢາມ ແລະ ເຂົ້າພົບປະເຮັດວຽກຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ລາຍງານສະພາບທີ່ພົ້ນເດັ່ນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແຕ່ລະໄລຍະໃຫ້ ທ່ານ ເອກອັກຄະລັດຖະທູດ ຣາຊະອານາຈັກ ອັງກິດ ພ້ອມຄະນະໄດ້ຮັບຊາບ. ທ່ານ ລັດຖະມົນຕີ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ, ຊຸກຍູ້ ແລະ ສະໜັບສະໜູນຂອງ ລັດຖະບານອັງກິດ ໃນການຊຸກຍູ້, ສະໜັບສະໜູນ ສປປລາວ ໃນບັນຫາຕ່າງໆ ໂດຍສະເພາະການຊ່ວຍເຫຼືອໃຫ້ແກ່ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ.

ທ່ານ ນາງ Mel Barlow ເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຂອງ ທ່ານ ລັດຖະມົນຕີ ພ້ອມກັນນີ້, ທ່ານ ກໍ່ໄດ້ແຈ້ງຈຸດປະສົງໃນການເຂົ້າພົບປະໃນຄັ້ງນີ້. ພ້ອມກັນນີ, ທັງສອງ ທ່ານ ໄດ້ປຶກສາຫາລື ແລະ ແລກປ່ຽນກັນໃນຫຼາຍດ້ານ ໂດຍສະເພາະແມ່ນ ດ້ານພະລັງງານ ແລະ ບໍ່ແຮ່ ທ່າແຮງໃນການຫັນກາກບອນເປັນສູນທີ່ເປັນການສົ່ງເສີມດ້ານພະລັງງານສະອາດ, ຢຸດໃຊ້ຖ່ານຫີນໃນການຜະລິດໄຟຟ້າ ແລະ ການພົວພັນຮ່ວມມື ລະຫວ່າງ 2 ປະເທດເວົ້າລວມ, ເວົ້າສະເພາະການຮ່ວມມືໃນຂົງເຂດພະລັງງານ ເຫັນໄດ້ວ່າມີການເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ເຊິ່ງເປັນຂີດໝາຍສຳຄັນແຫ່ງການເຊື່ອມໂຍງດ້ານພະລັງງານຢູ່ໃນພາກພື້ນ ແລະ ຢູ່ໃນໂລກ. ກ່ຽວກັບຜົນສຳເລັດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ແຫຼ່ງຜະລິດພະລັງງານ, ການຫັນການນໍາໃຊ້ພະລັງງານສີຂຽວ Hydrogen, Green Ammonia ໃນອຸສາຫະກຳກົນຈັກ, ການສະໜອງພະລັງງານໄຟຟ້າໃຫ້ຜູ້ຊົມໃຊ້ພາຍໃນປະເທດ ເປັນຕົ້ນແມ່ນການຂະຫຍາຍຕາໜ່າງໄຟຟ້າໄປສູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ; ການແລກປ່ຽນ-ຊື້ຂາຍພະລັງງານໄຟຟ້າກັບບັນດາປະເທດເພື່ອນບ້ານໃກ້ຄຽງ.