ຮ່າງຍຸດທະສາດການພັດທະນາແຮ່ທາດ 10ປີ 2021-2030 ແລະ ວິໄສທັດ ຮອດປີ2035 ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາແຫ່ງຊາດ ຊຸດ IX

          ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາແຫ່ງຊາດ ຊຸດ IX, ໃນຕອນເຊົ້າວັນທີ 18 ກໍລະກົດ 2023 ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມ. ຜູ້ແທນກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍວາລະທີ່ສຳຄັນ ເຊິ່ງໄດ້ຜ່ານການພິຈາລະນາຢູ່ກອງປະຊຸມ ເຊິ່ງໜຶ່ງໃນນັ້ນແມ່ນ ການພິຈາລະນາຮັບຮອງເອົາ ຍຸດທະສາດການພັດທະນາແຮ່ທາດ 10ປີ 2021-2030 ແລະ ວິໄສທັດ ຮອດປີ2035. ຜ່ານການປະກອບຄໍາເຫັນຂອງຜູ້ແທນ ຢ່າງກົງໄປກົງມາ, ກອງປະຊຸມກໍ່ໄດ້ລົງມະຕິຮັບຮອງຢ່າງເປັນທາງການດ້ວຍຄະແນນສຽງເປັນສ່ວນຫຼາຍ ໃນນັ້ນ, ຜູ້ລົງມະຕິຮັບຮອງ ຈຳນວນ 136 ສຽງ ເທົ່າກັບ 91,89%; ບໍ່ເຫັນດີ 11 ສຽງ ເທົ່າກັບ 7,43% ແລະ ບໍ່ອອກສຽງ 1 ສຽງ ເທົ່າກັບ 0,67%.

          ຮ່າງຍຸດທະສາດການພັດທະນາແຮ່ທາດ 10ປີ 2021-2030 ແລະ ວິໄສທັດ ຮອດປີ2035 ແມ່ນການວາງແຜນ ທີີ່ມີເປົ້າໝາຍ, ຄາດໝາຍ ແລະ ຈຸດສຸມທີີ່ມີລັກສະນະ ເປັນລະບົບ ແລະ ຕໍ່ເນື່ອງ ໂດຍໄດ້ຄົົ້ນຄວ້າ ແລະ ສ້າງຂື້ນສອດຄ່ອງຕາມກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະ ລວມທັງ ແນວໂນ້ມ ແລະ ສິີ່ງທ້າທາຍຕໍ່ການພັດທະນາແຮ່ທາດ ຢູ່ພາຍໃນ ປະເທດ, ພາກພື້ນ ແລະ ສາກົນ. ການສ້າງຍຸດທະສາດການພັດທະນາແຮ່ທາດ ແມ່ນອີງໃສ່ຫຼັກການພື້ນຖານ ຕາມທີີ່ກໍານົດໄວ້ໃນມາດຕາ 13 ຂອງກົດໝາຍວ່າດ້ວຍແຮ່ທາດ ຄື:

❶ ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພ; ❷ ຮັບປະກັນຄວາມສົມດູນ ລະຫວ່າງ ການສະຫງວນ ແລະ ການຂຸດຄົົ້ນ, ການນໍາໃຊ້ຢ່າງປະຢັດ ແລະ ມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ; ❸ ນໍາໃຊ້ຜົນການສໍາຫຼວດທໍ່ລະນີສາດ ແລະ ແຮ່ທາດ ຂັ້ນພື້ນຖານ; ❹ ຮັບປະກັນການສະໜອງແຮ່ທາດ ແລະ ຜະລິດຕະພັນແຮ່ທາດຢູ່ພາຍໃນ ແລະ ສົົ່ງອອກຕ່າງປະເທດ ເພື່ອພັດທະນາເສດຖະກິດ-ສັງຄົມ; ແລະ ❺ ສອດຄ່ອງ ກັບສັນຍາສາກົນ ແລະ ສົນທິສັນຍາທີີ່ ສປປ ລາວ ເປັນພາຄີ. ຍຸດທະສາດການພັດທະນາແຮ່ທາດ ປະກອບດ້ວຍ 4 ພາກ, 6 ເປົ້າໝາຍ, 31 ຄາດໝາຍ ແລະ 49 ວຽກຈຸດສຸມ.

ໂດຍ: ຄຳແສງ ແກ້ວປະເສີດ