
ວັນທີ 22 ເມສາ 2022 ຢູ່ຫ້ອງປະຊຸມໃຫ່ຍລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງວຽງຈັນ ໄດ້ມີພີທີປະກາດການແຕ່ງຕັ້ງຄະນະປະຕິຮູບ ລັດວິສາຫະກິດໄຟຟ້າລາວ ຈຳນວນ 09 ທ່ານ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 22/ນຍ, ລົງວັນທີ 04 ເມສາ 2022 ເປັນປະທານຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕິກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງ ກສນເງິນ, ມີຄະນະພັກ-ຄະນະນຳ, ພະນັກງານຫຼັກແຫຼ່ງຂອງລັດວິສາຫະກິດໄຟຟ້າລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກົງຄໍາ ສິທິວໍລະດາ, ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງການເງິນ, ໄດ້ຜ່ານຂໍ້ຕົກລົງນາຍົກ ລັດຖະມົນຕີ ສະບັບ ເລກທີ 22/ນຍ, ລົງວັນທີ 04 ເມສາ 2022 ວ່າດ້ວຍການແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ຈຳນວນ 09 ທ່ານຄື:
- ທ່ານ ປອ ພຸທະນູເພັດ ໄຊສົມບັດ, ເປັນຮອງຫົວໜ້າຄະນະ
- ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ເປັນຮອງຫົວໜ້າຄະນະ
- ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອຳນວຍການໃຫ່ຍ ລັດວິສາຫະກິດໄຟຟ້າລາວ, ເປັນຄະນະ
- ທ່ານ ສຸລິວັດ ສຸວັນນະຈຸມຄຳ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ, ກະຊວງການເງິນ, ເປັນຄະນະ
- ທ່ານ ປອ ສອນເພັດ ອິນທະວົງ, ຫົວໜ້າຝ່າຍບໍລິຫານ, ປະທານສະຫະພັນກຳມະບານ ລັດວິສາຫະກິດໄຟຟ້າລາວ, ເປັນຄະນະ
- ທ່ານ ສົມຜິດ ແກ້ວວິຈິດ, ຫົວໜ້າກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ເປັນຄະນະ
- ທ່ານ ຮສ.ປອ ພູເພັດ ກ້ຽວພິລາວົງ, ຄະນະບໍດີ ຄະນະເສດຖະສາດ, ມະຫາວິທະຍາໄລ່ແຫ່ງຊາດ, ເປັນຄະນະ
- ທ່ານ ນາງ ເຄືອວັນ ຈັນທະພູວົງ, ຮອງຫົວໜ້າພັດທະນາການບໍລິຫານລັດ, ກະຊວງພາຍໃນ, ເປັນຄະນະ
- ທ່ານ ບຸນເອື້ອ ສິວັນເພັງ, ຫົວໜ້າຝ່າຍບໍລິຫານ, ປະທານສະຫະພັນກຳມະບານ ລັດວິສາຫະກິດໄຟຟ້າລາວ, ເປັນຄະນະ.
ໃນໂອກາດນີ້, ທ່ານ ປອ ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ມີຄໍາເຫັນວ່າ: ການແຕ່ງຕັ້ງຄະນະຮູບລັດວິສາຫະກິດໄຟຟ້າລາວຂອງລັດຖະບານໃນຄັ້ງນີ້ ເພື່ອໃຫ້ສອດຄ່ອງກັບສະພາບ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກເຮົາໃນໄລຍະໃໝ່ ແລະ ນອນຢູ່ໃນຂະບວນວິວັດຂອງການປັບປຸງລັດວິສາຫະກິດ ໃຫ້ເປັນໄປຕາມເງື່ອນໄຂປັດຈຸບັນ ແນໃສ່ເພື່ອບັນລຸທິດທາງ ແລະ ຄາດໝາຍກ່ຽວກັບການປັບປຸງລັດວິສາຫະກິດ ຕາມມະຕິຂອງກອງປະຊູມໃຫ່ຍຄັ້ງທີ XI ຂອງພັກ ທີ່ກຳນົດໄວ້ຢ່າງຈະແຈ້ງ ແລະ ປະຕິບັດຢ່າງເຂັ້ມງວດຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ, ທັງຮັບປະກັນ ແລະ ປົກປ້ອງຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ປະຕິບັດການຄຸ້ມຄອງວິສາຫະກິດທີ່ມີໄລ່ລຽງທຸລະກິດທີ່ສອດຄ່ອງກັບກົດເກນຂອງຕະຫຼາດ.
ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງ ການເງິນ ມີຄຳເຫັນວ່າ: ການຈັດຕັ້ງປະຕິບັດວຽກງານຄະນະປະຕິຮູບ ລັດວິສາຫະກິດໄຟຟ້າ ເພື່ອເປັນບ່ອນອີງເຮັດໃຫ້ວຽກງານນີ້ການເປັນວຽກງານຮີບດ່ວນໃນການແກ້ໄຂວິການການທີ່ເກີດຂື້ນກັບລັດວິສາຫະກິດໄຟຟ້າລາວ ໃນໄລຍະຜ່ານມາ ໂດຍສະເພາະການແກ້ໄຂບັນຫາໜີ້ສິນຄຸມເຄືອ, ລວມເຖິງວຽກງານປິ່ນອ້ອມຕ່າງ ໃຫ້ເປັນໄປຕາມທິດຊີ້ນຳຂອງລັດຖະບານໃນແຕ່ລະໄລຍະ ໃຫ້ດີຂື້ນກວ່າເກົ່າ.
ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ