ສປປ ລາວ ແລະ ສະວິດເຊີແລນ ເພີ່ມທະວີການພົວພັນຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່

          ຕອນເຊົ້າວັນທີ 03 ພະຈິກ 2023 ທີ່ຫ້ອງຮັບແຂກ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ເອກອັກຄະລັດຖະທູດ ສະຫະພັນທະລັດ ສະວິດ ປະຈໍາ ສປປ ລາວ ທ່ານ Pedro Zwahlen ໄດ້ເຂົ້າຢ້ຽມຢາມ, ພົບປະກັບ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ເນື່ອງໃນໂອກາດທີ່ ທ່ານ ເຂົ້າຮັບໜ້າທີ່ໃໝ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສະວິດ ປະຈຳ ສປປ ລາວ.

              ໃນໂອກາດດັ່ງກ່າວ, ທ່ານ ທູດ ໄດ້ສະເໜີຈຸດປະສົງຂອງການມາພົບປະ ແລະ ຢ້ຽມຂໍ່ານັບ ທ່ານ ຮອງລັດຖະມົນຕີ ຄັ້ງນີ້, ກໍ່ເພື່ອທົບທວນຄືນ ການຈັດຕັ້ງປະຕິບັດວຽກງານການຮ່ວມມື ລະຫວ່າງ ລາວ ແລະ ສະວິດເຊີແລນ ໃນຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນ ການຊ່ວຍເຫຼືອ 4.8 ລ້ານຝຣັ່ງສະວິດ ພາຍໃຕ້ໂຄງການ Swiss Agency for Development and Cooperation (SDC) ຢູ່ ສປປ ລາວ ຮ່ວມກັບ ໂຄງການ Helvitas ໂດຍສະເພາະ ໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການດ້ານຄວາມປອດໄພຂອງເຂື່ອນ Dam Safety Technical and Institutional Assistance (DSTIA) ໃນ ສປປ ລາວ.

           ທ່ານ ຮອງລັດຖະມົນຕີ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ທ່ານ ທູດ ທີ່ໄດ້ ມາພົບປະ, ຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ລາຍງານ ຫຍໍ້ຜົນສຳເລັດ ແລະ ທິດທາງແຜນ ການພັດທະນາພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ ໃນນີ້, ທ່ານ ຮອງລັດຖະມົນຕີ ໄດ້ເນັ້ນໃສ່ກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າລະຫວ່າງ ສອງປະເທດ ແລະ ວຽກງານດ້ານຄວາມປອດໄພຂອງເຂື່ອນ.
           ທ່ານ ທູດ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ຮອງລັດຖະມົນຕີ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານ ແລະ ສະເໜີຂໍ້ມູນຕ່າງໆເພື່ອເປັນຂໍ້ມູນ ໃນການສ້າງແຜນການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ລະຫວ່າງ ສອງປະເທດ ໃຫ້ກາຍເປັນສາຍພົວພັນທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສອງປະເທດໃນອະນາຄົດ.
ພາບ ແລະ ຂ່າວ: ສົມສະນຸກ
ສາຍດ່ວນ: 1506