ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພົບປະ ທ່ານ Shovgi Mehizade, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາແຊກໄບຊານ

          ໃນຕອນເຊົ້າ ວັນທີ 29 ກັນຍາ 2023 ທີ່ຫ້ອງຮັບແຂກຕຶກຫ້ອງການກະຊວງ ທ່ານ Shovgi Mehizade, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາແຊກໄບຊານ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເນື່ອງໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ອາແຊກໄບຊານ ປະຈຳ ສປປ ລາວ ເຊິ່ງມີ ສຳນັກງານສະຖານເອກອັກຄະລັດຖະທູດຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.
          ໃນໂອກາດພົບປະດັ່ງກ່າວ ທັງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະການການຮ່ວມມືກັນໃນກອບສະມາຄົມມິດຕະພາບລາວ-ອາແຊັກໄບຊານ ເຫັນວ່າ: ມີຄວາມສາມັກຄີເປັນເອກະພາບຕໍ່ວິທີ ແລະ ແນວທາງການເຄື່ອນໄຫວ, ມີຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຄວາມຮັບຜິດຊອບໃນວຽກງານສະມາຄົມ, ເຮັດໜ້າທີ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ລະຫວ່າງ ສອງປະເທດ ໂດຍສະເພາະແມ່ນສອງສະມາຄົມມິດຕະພາບລາວ-ອາແຊັກໄບຊານ ອັນໄດ້ເຮັດໃຫ້ສາຍ ພົວພັນຮ່ວມມື ໄດ້ຮັບການເສີມຂະຫຍາຍຕົວຂື້ນເລື້ອຍໆ, ເຊິ່ງສະແດງອອກໃນການໄປມາຫາສູ່ກັນ ແລະ ປະສານສົມທົບພົວພັນ ແລະ ສື່ສານກັນ ຢ່າງເປັນປົກກະຕິ. ບັນດາທ່ານໃນຄະນະບໍລິຫານງານສະມາຄົມ ມີຕຕະພາບລາວ-ອາແຊັກໄບຊານ ໄດ້ເອົາໃຈໃສ່ ແລະ ສຸມ ສະຕິປັນຍາ,ເຫື່ອແຮງ,ປະສົບການ ແລະ ທຶນຮອນສ່ວນຕົວ ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ ຂອງສະມາຄົມ ເຮັດໃຫ້ວຽກງານຂອງສະມາຄົມໄດ້ດຳເນີນໄປຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດເປັນຢ່າງດີ. ພ້ອມກັນນີ້, ທັງສອງ ທ່ານ ຍັງຍົກໃຫ້ເຫັນເຖິງຂໍ້ຫຍຸ້ງຍາກ ບາງຈຸດທີ່ເຫັນວ່າ ບໍ່ທັນສາມາດບັນລຸຜົນສຳເລັດໄດ້ຕາມແຜນການທີ່ວາງໄວ້ ອັນເນື່ອງມາຈາກສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາອື່ນໆ.

          ນອກຈາກວຽກງານທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ທັງສອງສະມາຄົມໄດ້ມີແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນ ກະກຽມຄະນະສະມາຄົມ ລາວ-ອາແຊັກໄບຊານ ໄປຮ່ວມພົບປະຢ້ຽມຢາມ ກ່ຽວກັບການຮ່ວມມື ຕາມການ ເຊື້ອເຊີນ ຂອງ National Committee of Azerbaijan. ກະກຽມຕ້ອນຮັບຄະນະຜູ້ແທນຈາກສະຖານທູດ ອາແຊັກໄບຊານ ທີ່ຈະມາ ຢື່ນສານຕາຕັ້ງ ໃນລະຫວ່າງ ເດືອນ 11 ປີ 2023 ພ້ອມຂື້ນແຜນງົບປະມານນຳໃຊ້ກິດຈະກຳໃນຄັ້ງນີ້. ຈັດກິດຈະເພື່ອເຕົ້າໂຮມສະມາຊິກສະມາຄົມມິດຕະພາບລາວ-ອາແຊັກໄບຊານ ຕາມແຜນການທີ່ວາງໄວ້ ໃນຕົ້ນເດືອນພະຈິກ 2023 ຕາມເງື່ອນໄຂທີ່ເໝາະສົມ ແລະ ກະກຽມຈັດກອງປະຊຸມຄົບຄະນະ ປະຈຳປີ 2023ຂອງ ສະມາຄົມມິດຕະພາບລາວ-ອາແຊັກໄບຊານ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ