ຄະນະຊ່ຽວຊານ ສສ ຫວຽດນາມ ເຂົ້າພົບປະ ແລະ ເຮັດວຽກ ຢູ່ກະຊວງ ພະລັງງານ ແລະ ບໍ່ແຮ່

          ໃນຕອນເຊົ້າວັນທີ 17 ທັນວາ 2024 ນີ້, ຄະນະຊ່ຽວຊານ ສສ. ຫວຽດນາມ ນຳໂດຍ ນຳພາໂດຍທ່ານ ເຈິ່ນ ຮົ່ງ ກວາງ, ຫົວໜ້າສະຖາບັນຍຸດທະສາດການພັດທະນາ ພ້ອມຄະນະ ໄດ້ເຂົ້າພົບປະ ແລະ ເຮັດວຽກນຳ ກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ເຈັດກອງປະຊຸມໄດ້ປຶກສາຫາລືເຮັດວຽກຮ່ວມກັນ ເພື່ອສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ປີ 2035 ແລະ ວິໃສທັດຮອດປີ 2045 ຂອງ ສປປ ລາວ. ໃນນີ້ໄດ້ເນັ້ນໜັກໃນ 4 ຫົວຂໍ້ຫຼັກຄື: ❶ປະກອບຄໍາເຫັນຕໍ່ໂຄງຮ່າງຄົ້ນຄວ້າ ລະອຽດຕໍ່ຮ່າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ປີ 2035 ແລະ ວິໃສທັດຮອດປີ 2045 ຂອງ ສປປ ລາວ, ❷ສະພາບ ແລະ ການກຳນົດທິດທາງການພັດທະນາໃນຂົງເຂດພະລັງງານ, ❸ສະພາບ ແລະ ການກຳນົດທິດທາງການສຳຫຼວດ, ຂຸດຄົ້ນແຮ່ທາດ ແລະ ບັນດາສະພາບແວດລ້ອມການຄຸດຄົ້ນບໍ່ແຮ່ ❹ການຄຸ້ມຄອງບໍ່ແຮ່ ແລະ ການຄຸມຄອງແຫຼ່ງລາຍຮັບຈາກບໍ່ແຮ່, ລວມທັງ ວຽກງານກ່ຽວກັບ ການເຊັນສັນຍາຊື້-ຂາຍໄຟຟ້າ ໃນລະຫວ່າງຊ້ວງຕົ້ນປີ 2025 ທີ່ຈະມາເຖິງ ແລະ ລວມທັງທົບທວນວຽກງານການຮ່ວມມືຜ່ານມາ ເພື່ອຊອກຫາວິທີທາງແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ແລະ ເພື່ອເປັນການວາງແຜນການຮ່ວມມືໃນແຕ່ລະໄລຍະ.
ທ່ານ ຮອງລັດຖະມົນຕີ ສະແດງຄວາມຂອບໃຈຕໍ່ ຄະນະຊ່ຽວຊານ ສສ ຫວຽດນາມ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເວົ້າລວມ, ເວົ້າສະເພາະ ໃນການສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ປີ 2035 ແລະ ວິໃສທັດຮອດປີ 2045 ຂອງ ສປປ ລາວ ຕື່ມອີກ.
ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506