
ຕອນເຊົ້າວັນທີ 5 ພຶດສະພາ 2023 ຢູ່ຫ້ອງປະຊຸມ102 ກະຊວງພະລັງງານແລະບໍ່ແຮ່ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ການເຂົ້າຢ້ຽມຢາມ, ພົບປະ ແລະ ເຮັດວຽກຂອງ ທ່ານ Ngiam Shih Chun ຜູ້ອຳນວຍການອົງການພະລັງງານ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງອົງການຕະຫຼາດພະລັງງານ (EMA).

ກອງປະຊຸມພົບປະ, ປຶກສາຫາລືຄັ້ງນີ້, ມີຈຸດປະສົງເພື່ອແນໃສ່ການຊຸກຍູ້ການຮ່ວມມືດ້ານພະລັງງານຂອງສອງປະເທດ ສິງກະໂປ- ລາວ ກ່ຽວກັບໂຄງການເຊື່ອມຈອດພະລັງງານໄຟຟ້າລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP) ແລະ ບັນຫາທີ່ກ່ຽວຂ້ອງກັບການຮ່ວມມືດ້ານພະລັງງານ. ຄວາມຄືບໜ້າຂອງໂຄງການດັ່ງກ່າວນັບແຕ່ມື້ລົງນາມສັນຍາຊື້-ຂາຍໄຟຟ້າ ລວມກໍາລັງຕິດຕັ້ງ 100ເມກາວັດ ມາຮອດປະຈຸບັນ ສປປລາວ ໄດ້ເລີ່ມສົ່ງອອກໄຟຟ້າໄປຍັງປະເທດສິງກະໂປ ແລ້ວຈໍານວນ 243.896.413,55 ກິໂລວັດໂມງ. ຢ່າງໃດກໍ່ຕາມ ໃນເດືອນ ທັນວາ 2022 ທີ່ຜ່ານມາ, ສປປລາວ ໄດ້ສະລໍການສະໜອງພະລັງງານໄປໃຫ້ ສິງກະໂປ ເນື່ອງຈາກວ່າ ຄວາມຕ້ອງການການຊົມໃຊ້ພະລັງງານພາຍໃນປະເທດ ເພີ່ມຂຶ້ນ ໂດຍອີງໃສ່ການຕົກລົງເຫັນດີເປັນເອກະພາບ ຂອງຄະນະເຕັກນິກຂອງທັງສອງຝ່າຍ ເຫັນດີໃຫ້ ສປປ ລາວ ສະໜອງໄຟຟ້າເປັນປົກກະຕິໃນລະດູຝົນ ເນື່ອງຈາກວ່າຄວາມຕ້ອງການຊົມໃຊ້ໄຟຟ້າພາຍໃນປະເທດຫຼຸດລົງ. ໂດຍອີງໃສ່ຂໍ້ມູນເບືອງຕົ້ນ ໃນລະດູຝົນປີນີ້ (2023) ມາເລເຊຍ ໄດ້ມີແຜນປິດລະບົບການຈ່າຍກະແສໄຟຟ້າ ເພື່ອປັບປຸງສາຍສົ່ງກະແສໄຟຟ້າແຮງດັນສູງ (HVDC) (Wheeling). ຕໍ່ບັນຫານີ້, ສິງກະໂປ ກໍ່ໄດ້ສະເໜີໃຫ້ ມາເລເຊຍ ພິຈາລະນາຄືນ ແລະ ມາເລເຊຍ ກໍ່ຕອບຮັບຈະປຶກສາຫາລືກັບ ໄທ ຕື່ມ ແລ້ວຈະແຈ້ງ ສປປ ລາວ ຮັບຊາບຄືນຕາມພາຍຫຼັງ.

ການຮ່ວມມືດ້ານພະລັງງານ ລະຫວ່າງ ສປປລາວ ແລະ ສິງກະໂປ ໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນຮູບທຳ ນັບແຕ່ກອງປະຊຸມ ລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 40 ແລະ ກອງປະຊຸມລັດຖະມົນຕີ ການຮ່ວມມືດ້ານພະລັງງານ 4 ປະເທດ ສປປລາວ, ຣາຊະອານາຈັກໄທ, ມາເລເຊຍ ແລະ ສິງກະໂປ (LTMS) ຄັ້ງທີ 3. ໃນກອງປະຊຸມ ສິງກະໂປ ໄດ້ສະເໜີໃຫ້ເພີ່ມກຳລັງຕິດຕັ້ງໃນລະດູແລ້ງຈາກ 30 ເມັກກາວັດ 5 ຊົ່ວໂມງຕໍ່ມື້ ເປັນ 100 ເມັກກາວັດ 24 ຊົ່ວໂມງຕໍ່ມື້. ພ້ອມກັນນີ້, ສິງກະໂປ ຍັງໄດ້ສະເໜີໃຫ້ແກ່ຍາວເວລາການຈັດຕັ້ງປະຕິບັດໂຄງການຄັ້ງຕໍ່ໄປໃຫ້ຫຼາຍກວ່າ 2 ປີຂຶ້ນປີ ແລະ ເພີ່ມກຳລັງຕິດຕັ້ງເປັນ 300 ເມັກກາວັດ ຕື່ມອີກ ເຊິ່ງບັນຫານີ້ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ LTMS.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ