ທ່ານ ລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຂອງ ທ່ານ ເອກອັກຄະລັດຖະທູດ ຢີປຸ່ນ

          ຕອນບ່າຍວັນທີ 24 ເມສາ 2023 ທີ່ຫ້ອງຮັບແຂກ ກະຊວງພະລັງງານແລະບໍ່ແຮ່ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຄບາຢາຊິ ເຄັນອິຈິ ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ທີ່ໄດ້ເຂົ້າມາພົບປະຢ້ຽມຢາມ, ປຶກສາຫາລື ແລະ ຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ລັດຖະມົນຕີ. ພ້ອມກັນນີ້, ທ່ານ ທູດ ຍັງໄດ້ລາຍງານຈຸດປະສົງຂອງການມາພົບປະ, ຢ້ຽມຢາມ ຄັ້ງນີ້ ກໍ່ເພື່ອເພີ່ມທະວີ, ຮັດແໜ້ນສາຍພົວພັນມິດຕະພາບການຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດພະລັງງານ ແລະ ບໍ່ແຮ່ ທີ່ມີມາຢ່າງຍາວນານ. ທ່ານ ທູດກ່າວຕື່ມວ່າ: ຍີ່ປຸ່ນ ແລະ ລາວ ເປັນສອງປະເທດເພື່ອບ້ານທີ່ດີ, ມີປະຫວັດສາດການພົວພັນຮ່ວມມືກັນມາຢ່າງຍາວນານແຕ່ສະໄໝຊຸມປີ 1960 ຍີ່ປຸ່ນ ເອງກໍເປັນສ່ວນໜຶ່ງໃນການຊ່ວຍເຫຼືອ ແລະ ສະໜັບສະໜູນວຽກງານທາງດ້ານພະລັງງານເປັນຕົ້ນແມ່ນການຊ່ວຍເຫຼືອພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ1 ເຊິ່ງເປັນເຂື່ອນໄຟຟ້າແຫ່ງທໍາອິດຂອງ ສປປ ລາວ ແລະໄດ້ມີການສະໜັບສະໜູນດ້ານຂະແໜງພະລັງງານຕ່າງໆເປັນຕົ້ນແມ່ນອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເຊິ່ງມີຜູ້ຊ່ຽວຊານ ແລະ ວິວິສະວະກອນຜູ້ມີຄວາມຮູ້ຄວາມສາມາດໃນໂຄງການກໍ່ສ້າງເຂື່ອນໄຟຟ້າ.

ຂະນະທີ່ ທ່ານ ລັດຖະມົນຕີ ສະແດງຄວາມຕ້ອນຮັບ ແລະ ສະແດງຄວາມຂອບໃຈ ທ່ານທູດ ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານພະລັງງານ ແລະ ບໍ່ແຮ່ ໂດຍການຊ່ວຍເຫຼືອ ສປປລາວ ຢ່າງສະເໝີຕົ້ນສະເໝີປາຍ, ສະໜິດໜົມ. ປັດຈຸບັນ ລັດຖະບານ ຢີ່ປຸ່ນ ໄດ້ສະໜັບສະໜູນໂຄງການພະລັງງານສະອາດ ເຊິ່ງເປັນໂຄງການທີ່ນອນຢູ່ໃນແຜນພັດທະນາພະລັງງານແຫ່ງຊາດຂອງ ສປປລາວ ເນື່ອງຈາກວ່າ ພະລັງງານໄຟຟ້າ ເປັນສິ້ນຄ້າຕົ້ນຕໍ່ຂອງ ສປປລາວ ທີ່ຜິລິດເພື່ອສົ່ງອອກໄປປະເທດເພື່ອນ. ນອກຈາກນີ້, ຢີ່ປຸ່ນ ຍັງຊ່ວຍເຫຼືອການພັດທະນາເສດຖະກິິດ, ຊັບພະຍາກອນມະນຸດໃນຫຼາຍຮູບແບບ, ການໃຫ້ຄໍາປຶກສາກ່ຽວກັບການພັດທະນາສາຍສົ່ງໄຟຟ້າ, ເຕັກນິກວິຊາການ, ບຸກຄະລາກອນ ຜູ້ຊ່ຽວຊານ, ນະໂຍບາຍໂຄງການລົງທຶນແບບໃໝ່

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ລຸງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ