
ໃນວັນທີ 13 ມີຖຸນາ 2023 ທີ່ຫ້ອງປະຊຸມລ້ານຊ້າງ ໂຮງແຮມ ຄລາວພາຊ່າ ນະຄອນຫຼວງວຽງຈັນ ກະຊວງພະເລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການ SNV ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ “ການກໍານົດໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນການ ສົ່ງເສີມປຸງແຕ່ງອາຫານດ້ວຍອຸປະກອນໄຟຟ້າ (e-cooking) ໃນ ສປປ ລາວ” ໃນກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່ ໃນນັ້ນໄດ້ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວໃນກອງປະຊຸມວ່າ: ກອງປະຊຸມປຶກສາຫາລື ກ່ຽວກັບ “ການກໍານົດໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນການສົ່ງເສີມປຸງແຕ່ງອາຫານດ້ວຍອຸປະກອນໄຟຟ້າ (e-cooking) ໃນ ສປປ ລາວ” ເປັນໂຄງການໜຶ່ງ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ອົງການ SNV ໃນການຊ່ວຍປະຊາຊົນຫັນປ່ຽນໄປສູ່ການປຸງແຕ່ງອາຫານທີ່ສະອາດ ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊົນນະບົດ ຊຶ່ງການຄົວກິນຍັງນຳໃຊ້ຟືນຢູ່ ເຮັດໃຫ້ເປັນຄັວນໄຟເຂົ້າໄປໃນປາກໃນດັງເປັນອັນຕະລາຍຕໍ່ສຸຂະພາບ ຂອງ ຜູ້ຄົວກິນ ແລະ ການດັງໄຟດ້ວຍຟືນຍັງສ້າງຄວາມຫຍຸ້ງຍາກ ໃຊ້ເວລາດົນ ແລະ ທຳລາຍປ່າໄມ້ຕື່ມອີກດ້ວຍ. ດັ່ງນັ້ນ ການສົ່ງເສີມປຸງແຕ່ງອາຫານດ້ວຍການນຳໃຊ້ໄຟຟ້າ ຈຶ່ງເໝາະທີ່ສຸດ ສຳລັບ ສປປລາວ ຖືເປັນການລຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວ. ໃນໄລຍະຜ່ານມາລັດຖະບານ ໄດ້ຖືເອົາການຂະຫຍາຍໄຟຟ້າ ອອກສູ່ຊົນນະບົດ ເພີ່ມອັດຕາການຊົມໃຊ້ໄຟຟ້າ ໃຫ້ໄດ້ 98 ເປີເຊັນ ພາຍໃນປີ 2025 ຖືເປັນແຜນງານບູລິຍະສິດໜຶ່ງໃນແຜນການລວມໃນການລຸດຜ່ອນຄວາມທຸກຍາກແຫ່ງຊາດ, ຊຶ່ງມາຮອດປີນີ້ ອັດຕາດັ່ງກ່າວກໍໄດ້ 96 ເປີເຊັນແລ້ວ ເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ ມີໄຟຟ້າໄຕ້ເປັນແສງສະຫວ່າງໃນຍາກາງຄືນ, ນຳໃຊ້ເຂົ້າໃນການຄົວກິນ ແລະ ນຳໃຊ້ເຂົ້າໃນວຽກງານຕ່າງໆ ສາລະພັດ. ຄືດັ່ງພວກເຮົາເຫັນ ອຸປະກອນໃຊ້ສອຍໄຟຟ້າ ໃນປັດຈຸບັນມີຫຼາກຫຼາຍທີ່ສຸດ ເຮັດໃຫ້ການຄົວກິນໃນປັດຈຸບັນ ແມ່ນທັນສະໄໝ ແລະ ສະດວກທີ່ສຸດ. ອີກດ້ານ ໜຶ່ງ ປະເທດພວກເຮົາກໍມີທ່າແຮງໃນການຜະລິດໄຟຟ້າຫຼາຍ ຊຶ່ງເກືອບທັງໝົດ ກໍເປັນການຜະລິດໄຟຟ້າ ສະອາດອີກດ້ວຍ ຄືຜະລິດຈາກໄຟຟ້ານ້ຳຕົກເປັນສ່ວນໃຫຍ່. ນອກຈາກນີ້ ເກື່ອບທຸກບ້ານຂອງປະເທດກໍມີສາຍສົ່ງໄຟຟ້າໄປເຖິງ ເຮັດໃຫ້ປະຊາຊົນສາມາດນຳໄຟຟ້າມານຳໃຊ້ເຂົ້າການໃນການປຸງແຕ່ງອາຫານ.

ແຕ່ເຖິງແນວໃດກໍຕາມ ການນຳໃຊ້ໄຟຟ້າ ແມ່ນມີລາຍຈ່າຍ ໂດຍສະເພາະແມ່ນຄ່າກະແສໄຟຟ້າ ດັ່ງນັ້ນຜູ້ນຳໃຊ້ໄຟຟ້າຕ້ອງມີອຸປະກອນປະຢັດ ແລະ ມີປະສິດທິພາບ ຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍ ນຳກະແສໄຟຟ້າຕ່ຳ, ພ້ອມດຽວກັນລັດຖະບານຕ້ອງມີລາຄາໄຟຟ້າຖືກ ເຮັດໃຫ້ປະຊາຊົນມີຄວາມສົນໃຈໃນການນຳໃຊ້ໄຟຟ້າເຂົ້າໃນການດຳລົງຊີວິດ, ປະກອບເຂົ້າໃນວຽກງານ ຫຼາຍຂຶ້ນ ນຳໄປສູ່ການພັດທະນາ ເສດຖະກິດ-ສັງຄົມ ໂດຍລວມ ຂອງ ສປປລາວ ດີຂຶ້ນເຊັ່ນກັນ. ຍ້ອນແນວນັ້ນ ລັດຖະບານ ສປປລ ຈຶ່ງໄດ້ສະເໜີຂໍການຊ່ວຍເຫຼືອ ຈາກ ອົງການ SNV ມາຊ່ວຍ ສ້າງເປັນໂຄງການນີ້ຂຶ້ນມາ. ການຈັດຕັ້ງປະຕິບັດ ອຸປະກອນໄຟຟ້າ (e-cooking) ເພື່ອການປຸງແຕ່ງອາຫານ ເປັນຍຸດທະ ສາດທີ່ສຳຄັນ, ເປັນວິທີການແຕ່ງອາຫານທີ່ທັນສະໄໜ ແລະ ເປັນໂອກາດທີ່ສໍາຄັນໃນການຫຼຸດຜ່ອນ ການຕັດໄມ້ທໍາລາຍປ່າ, ລຸດຜ່ອນບັນຫາປ່ຽນແປງດິນຟ້າອາກາດ ແລະ ມົນລະພິດທາງອາກາດ ພາຍ ໃນຄົວເຮືອນ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ