
ໃນວາລະການດຳເນີນກອງປະຊຸມມື້ທຳອິດ (ພາກເຊົ້າ) ເປັນກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2022 ທີ່ສະເໜີໂດຍ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ຫຼັງຈາກນັ້ນ ທ່ານ ທອງພັດ ອິນທະວົງ ແລະ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່່ ຂຶ້ນລາຍງານຫຍໍ້ການປະເມີນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕິດພັນກັບຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດກາງສະໄໝ ແຜນພັດທະນາຂະອໜງການພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025)
ເພື່ອເຮັດໃຫ້ບົດລາຍງານທັງ 3 ພາກມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ. ບັນດາຂະແໜງການຕ່າງໆເປັນຕົ້ນແມ່ນ: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງກະສິກຳ ແລະ ປ່າໄມ້. ນອກຈາກນີ້ ຍັງມີແຂວງຜົ້ງສາລີ, ແຂວງຫົວພັນ, ແຂວງອັດຕະປື ແລະ ແຂວງໄຊສົມບູນ ໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ຕໍ່ການສັງເກດຕີລາຄາໝາກຜົນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ເຊິ່ງກ່ອນອື່ນແຕ່ລະພາກສ່ວນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຫຍາກຂອງປະຊາຊົນ. ພ້ອມກັນນີ້, ກໍ່ສະເໜີຫຼາຍບັນຫາເພື່ອໃຫ້ ລັດຖະບານ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ພິຈາລະນາ, ຄົ້ນຄວ້າ ແລະ ແກ້ໄຂ ເພື່ອເຮັດໃຫ້ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າມີຜົນສຳເລັດຢ່າງໜັກແໜ້ນ ທັງຮັບປະກັນເຮັດໃຫ້ການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຂອງຊາດ ເກີດຜົນປະໂຫຍດສູງສຸດຕໍ່ປະເທດຊາດ ແລະ ປະຊາຊົນ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ.
ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ






