
ຕອນເຊົ້າວັນທີ 14 ມັງກອນ 2025 ນີ້, ຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ພົບປະ, ໂອ້ລົມ ຄະນະພັກ, ຄະນະພະແນກ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງນໍ້າທາ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ປອ ສຸລິວັນ ພົມມະຈິດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ທ່ານ ສຸວັນໄຊ ຄຳຫຼ້າ ວ່າການຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ປອ ສຸລິວັນ ພົມມະຈິດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ທ່ານ ສຸວັນໄຊ ຄຳຫຼ້າ ວ່າການຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານລັດຖະກອນ-ກຳມະກອນ ພາຍໃນພະແນກ ແລະ ລັດວິສາຫະກິດໄຟຟ້າລາວສາຂາແຂວງ ລາຍງານໂດຍຫຍໍ້ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ພາຍໃນແຂວງຫຼວງນໍ້າທາ ໃນໄລຍະຜ່ານມາ, ພ້ອມທັງສະເໜີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນປີ 2025. ບາງຕອນ ທ່ານ ໃຫ້ຮູ້ວ່າ: ພະລັງງານ ແລະ ບໍ່ແຮ່ ແມ່ນພະແນກໜື່ງຢູ່ໃນໂຄງປະກອບກົງຈັກຂອງກະຊວງພະລັງງານ ແລະ ບໍ່ແຮ່ ມີພາລະບົດບາດຊ່ວຍລັດຖະມົນຕີ, ອຳນາດການປົກຄອງທ້ອງຖິ່ນໃນການຄົ້ນຄວ້າ, ຕິດຕາມ, ກວດກາ, ວາງແຜນ, ຄຸ້ມຄອງ ແລະ ສົ່ງເສີມວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຕາມສິດ ແລະ ໜ້າທີ່ໃນຂອບເຂດທ້ອງຖິ່ນຕົນຮັບຜິດຊອບ. ມີພະນັກງານທັງໝົດ 52 ທ່ານ ຍິງ 14 ທ່ານ ( ໃນນີ້ ຢູ່ຂັ້ນແຂວງ ມີ 32 ທ່ານ ຍິງ 09 ທ່ານ ); ປະກອບມີ 01 ຄະນະພັກຮາກຖານ ມີ 03 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 72 ສະຫາຍ ຍິງ 15 ສະຫາຍ.

ທ່ານ ຫົວໜ້າພະແນກ ລາຍງານຕື່ມວ່າ: ຮອດເດືອນ ຕຸລາ 2024 ທົ່ວແຂວງມີໝໍ້ນັບໄຟ ລວມທັງໝົດ 40,658 ໜ່ວຍ, ໃນນີ້ມີປະເພດທີ່ຢູ່ອາໄສ 31,759 ຄົວເຮືອນ ເຊີ່ງເທົ່າກັບ 78,55 % ຂອງຄົວເຮືອນທັງໝົດ ( ທຽບໃສ່ສະຖິຕິປີ 2023 ມີ 40,427 ຄົວເຮືອນ ); ບ້ານທີ່ມີຕາຂ່າຍໄຟຟ້າເຂົ້າເຖີງ 304 ບ້ານ/352 ບ້ານ ເທົ່າກັບ 86,36 % ຂອງຈໍານວນບ້ານທັງໝົດ. ມີໂຄງການຂຸດຄົ້ນ ແລະ ປຸງແຮ່ທາດ ທັງໝົດ 5 ໂຄງການຄື: ໂຄງການຂຸດຄົ້ນ, ປຸງແຕ່ງແຮ່ທາດອັງຕີມອນ; ໂຄງການຂຸດຄົ້ນ, ປຸງແຕ່ງແຮ່ທາດທອງແດງ; ໂຄງການຂຸດຄົ້ນຖ່ານຫີນ; ໂຄງການຂຸດຄົ້ນ, ຜະລິດ ແລະ ຈຳໜ່າຍ ຫີນກໍ່ສ້າງ ແລະ ໂຄງການຂຸດຄົ້ນຫີນກວັດ.

ຕອນທ້າຍຂອງພິທີ ທ່ານ ຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ເພື່ອເປັນບ່ອນອີງໃຫ້ຄະນະພັກ, ຄະນະນຳພະແນກ, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ພ້ອມດ້ວຍພະນັກງານລັດຖະກອນ ແລະ ກຳມະກອນ ຂະແໜງການພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງຫຼວງນໍ້າທາ ຄົ້ນຄວ້າ, ວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ເປັນຂະແໜງການທີ່ສຳຄັນ ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະຂອງແຂວງ; ເປັນຂະແໜງການທີ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີການຄຸນນະພາບດີຂຶ້ນກວ່າເກົ່າ ແລະ ເປັນຂະແໜງການທີ່ມີການພັດທະນາໄປທິດສີຂຽວ ແລະ ຍືນຍົງ.
