ຕອນເຊົ້າວັນທີ 14 ພະຈິກ 2023 ທີ່ຫ້ອງປະຊຸມ 102 ກະຊວງພະລັງງານ ແລະ ບໍ່ແຮ່, ກອງປະຊຸມ 2 ຝ່າຍ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງບໍ່ແຮ່ ແລະ ພະລັງງານ ຣາຊາອານາຈັກ ກຳປູເຈຍ. ໂອກາດດັ່ງກ່າວ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໃຫ້ກຽດຕ້ອນຮັບ ທ່ານ Keo Rottanak ລັດຖະມົນຕີ ກະຊວງບໍ່ແຮ່ ແລະ ພະລັງງານ ຣາຊາອານາຈັກ ກຳປູເຈຍ ພ້ອມຄະນະເຂົ້າຮ່ວມຢາງພ້ອມພຽງ.