
ໃນວັນທີ 06 ພຶດສະພາ 2024ຜ່ານມາ, ທີຫ້ອງປະຊຸມ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ

ພ້ອມດຽວ ທ່ານ ອາລຸນ ບຸນວິໄລ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ລາຍງານສະພາບການໃນໄລຍະຜ່ານມາໂດຍຫຍໍ້ ທ່ານກ່າວວ່າ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແມ່ນພະແນກໜຶ່ງຢູ່ໃນໂຄງປະກອບກົງຈັກຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ມີພາລະບົດບາດຊ່ວຍລັດຖະມົນຕີ, ອົງການປົກຄອງທ້ອງຖິ່ນໃນການຄົ້ນຄວ້າ, ຕິດຕາມ, ກວດກາ, ວາງແຜນ, ຄຸ້ມຄອງ ແລະ ສົ່ງເສີມວຽກພະລັງງານ ແລະ ບໍ່ແຮ່ ໃຫ້ຖືກຕ້ອງ ສອດຄ່ອງກັບກົດໝາຍ, ລະບຽບການທີ່ກ່ຽວຂ້ອງຕາມສິດ ແລະ ໜ້າທີ່ ໃນຂອບເຂດທ້ອງຖິ່ນຂອງຕົນຮັບຜິດຊອບ. ເວົ້າລວມແລ້ວ, ຜ່ານການກໍ່ສ້າງ ແລະ ປັບປຸງຢ່າງຕັ້ງໜ້າ, ເຮັດໃຫ້ກົງຈັກການຈັດຕັ້ງໃນທົ່ວຂະແໜງ ພະລັງງານ ແລະ ບໍ່ແຮ່ມີລັກສະນະເປັນລະບົບຄົບຊຸດ, ມີຄວາມສະຫງົບ ແລະ ສາມາດຮັບປະກັນການປະຕິບັດ ພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງ ແລະ ອົງການປົກຄອງແຂວງ ກ່ຽວກັບ ວຽກງານພະລັງງານ ແລະ ບໍ່ແຮ່ໄດ້ດີໂດຍພື້ນຖານ

ທົ່ວແຂວງ ອຸດົມໄຊ ປະກອບມີ: 07 ເມືອງ, ມີ 468 ບ້ານ, ມີ 63.902 ຄອບຄົວ, ມີພົນລະເມືອງ 351.024 ຄົນ. ເມືອງເທດສະບານມີໄຟຟ້າຊົມໃຊ້ແລ້ວ 94,87 % ຂອງຈໍານວນບ້ານ ແລະ 94,89 % ຂອງຈໍານວນຄົວເຮືອນມີໄຟຟ້າຊົມໃຊ້ແລ້ວ. ມີບໍລິສັດທີ່ເຄື່ອນໄຫວດໍາເນີນທຸລະກິດໄຟຟ້າພາຍໃນແຂວງ ທັງໜົດ 16 ບໍລິສັດ ແລະ ມີບໍລິສັດເຄື່ອນໄຫວໂຄສະນາ ແລະ ຕິດຕັ້ງເຄື່ອງຕັດໄຟຟ້າແບບອັດຕະໂນມັດຈໍານວນ 05 ບໍລິສັດ. ໄລຍະ 03 ປີ(2021, 2022 ແລະ 2023) ສາມາດປະຕິບັດໄດ້ 3.421 ຕື້ືກວ່າກີບ ທຽບໃສ່ແຜນ 05 ປີ ປະຕິບັດໄດ້ທັງໜົດ 90 % ເພີມຂື້ນ 16% ໃນນີ້ດ້ານພະລັງງານປະຕິບັດໄດ້ 823 ຕື້ື ກວ່າກີບ ແລະ ດ້ານບໍ່ແຮ່ໄດ້ 2.51 ຕື້ື ກວ່າກີບ. ດ້ານວຽກງານບໍ່ແຮ່ ທົ່ວແຂວງ ອຸດົມໄຊ ມີເນື້ອທີ່ 15.370 ກມ2 ໄດ້ປະຕິບັດວຽກງານສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດຂັ້ນພື້ນຖານສໍາເລັດແລ້ວ 100 % ການສໍາຫຼວດສ້າງແຜນທີ່ທໍລະນີສາດມາດຕາສ່ວນ 1/200.000 ໄດ້ສໍາເລັດ 100 % ຂອງເນື້ອທີ່ທົ່ວແຂວງ, ມາຮອດປະຈຸບັນ, ໄດ້ພົບຈຸດປະກົດແຮ່ທາດ ພ້ອມທັງໄດ້ເກັບຕົວຢ່າງ ແລະ ຄ່າພິກັດ ມີທັງໜົດ 69 ຈຸດ ມີແຮ່ 14 ຊະນິດ ຄື: ແຮ່ເຫຼັກ, ແຮ່ທອງ, ຖ່ານຫີນ, ແຮ່ອັງຕິມອນ, ແຮ່ຄຳເຄົ້າ, ແຮ່ຄໍາຕົກຂ້ອນ, ແຮ່ຊືນ-ສັງກະສີ, ເກືອກິນ, ແຮ່ພາຍຣາຍ, ດິນໜຽວ, ຫີນປູນ, ຫີນກາວ, ແຮ່ຊິລີຄອນ ແລະ ຫີນບາຣິດ. ປະຈຸບັນ, ມີບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ ແລະ ສໍາຫຼວດແຮ່ທາດຢູ່ແຂວງ ອຸດົມໄຊ ທັງໝົດ 05 ໂຄງການ; ໃນນັ້ນຂັ້ນແຂວງອະນຸມັດ 02 ໂຄງການ ແລະ ຂັ້ນສູນກາງອະນຸຍາດ ມີ 03 ໂຄງການ ມີເນື້ອທີ່ທັງໜົດ 318,85 ກມ2. ມີບໍລິສັດທີ່ດໍາເນີນການຂຸດຄົ້ນ-ປຸງແຕ່ງ ແລະ ຈຳໜ່າຍ ແຮ່ທາດ ທີ່ຂັ້ນສູນກາງອະນຸມັດມີ 09 ບໍລິສັດ 13 ກິດຈະການ ມີເນື້ອທີທັງໜົດ 9.626 ເຮັກຕາ, ຂັ້ນແຂວງ ແລະ ເມືອງ ອະນຸມັດ ແຮ່ທາດອະໂລຫະລວມມີ 31 ກິດຈະການ ມີເນື້ອທີ່ ທັງໝົດ 95,87 ຮຕ.




