ທ່ານ ລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

          ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ2 ທັນວາ ຄົບຮອບ 49 ປີ ປີ2024 ນີ້, ທ່ານ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຢູ່ຫ້ອງຮັບແຂກຊັ້ນ2 ເມື່ອຕອນເຊົ້າວັນທີ 6 ທັນວາ 2024 ນີ້.

         ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຂອບໃຈຢ່າງສູງ ຕໍ່ ທ່ານ ທູດ ທີ່ໄດ້ເຂົ້າພົບປະ, ຢ້ຽມຢາມ ແລະ ອວຍພອນການນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ກ່ຽວກັບສະພາບທີ່ພົ້ນເດັ່ນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ພ້ອມຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ. ທ່ານ ລັດຖະມົນຕີ ຖືໂອກາດນີ້, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ການສະໜັບສະໜູນ, ຊ່ວຍເຫຼືອ ຂອງພັກ, ລັດຖະບານ ຫວຽດນາມ ຕໍ່ການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່.

          ຂະນະດຽວກັນ ທ່ານ ທູດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ລາຍງານສະພາບການລົງທຶນດ້ານພະລັງງານ ຢູ່ ສປປລາວ ຂອງ ທ່ານ ລັດຖະມົນຕີ. ພ້ອມກັນນີ້, ທ່ານ ທູດກໍ່ໄດ້ຢືນຢັ້ນຄວາມໝັ້ນໝາຍຂອງ ລັດຖະບານ ຫວຽດນາມ ເຊິ່ງຍາມໃດກໍ່ໃຫ້ການຊຸກຍູ້, ສະໜັບສະໜູນ ການພັດທະນາເສດຖະກິດສັງຄົມຂອງ ສປປລາວ ເວົ້າລວມ, ເວົ້າສະເພາະ ການຊຸກຍູ້ໃຫ້ນັກລົງທຶນຂອງ ຫວຽດນາມ ເຂົ້າມາລົງທຶນໃນຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506