ກອງປະຊຸມວຽກງານປະຊາສຳພັນ ແລະ ໄອທີ ຂະແໜງການພະລັງງານ ແລະ ບໍ່ແຮ່

         ກອງປະຊຸມປຶກສາຫາລື ກົນໄກການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານປະຊາສຳພັນ ຢູ່ຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ເມສາ 2024 ນີ້ຢູ່ຫ້ອງປະຊຸມ 102 ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຫົວໜ້າກົມສື່ມວນຊົນ ກະຊວງແຫຼ່ງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວ; ຫົວໜ້າກົມປະຊາສຳພັນ ຫສນຍ, ຫົວໜ້າຫ້ອງການກະຊວງ ພບ, ຫົວໜ້າກົມໂຄສະນາ ຫສນຍ ແລະ ບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມ.

          ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ຂະແໜງການພະລັງງານ ແລະ ບໍ່ແຮ່ ກໍ່ແມ່ນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ, ສັງຄົມຂອງຊາດ. ຕະຫຼອດໄລຍະຜ່ານມາ ໂດຍສະເພາະພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ເປັນຕົ້ນມາ ຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີບາງໄລຍະກໍ່ມີລັກສະນະແບບກ້າວກະໂດດ. ໃນໄລຍະ 10ປີມານີ້ ຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນຂະແໜງການທີ່ສຳຄັນໃນການຊຸກຍູ້ໃຫ້ເສດຖະກິດມີການຈະເລີນເຕີບໂຕຢ່າງຕໍ່ເນື່ອງ, ການພັດທະນາຂະແໜງການໄດ້ຕິດພັນຢ່າງສະໜິດແໜ້ນກັບການແກ້ໄຂຄວາມທຸກຫຍາກຂອງປະຊາຊົນບັນດາເຜົ່າ ແລະ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ.
          ມາຮອດປັດຈຸບັນນິີ້, ພວກເຮົາສຳເລັດການກໍ່ສ້າງ ແລະ ເປີດຜະລິດກະແສໄຟຟ້າທີ່ມີກຳລັງຕິດຕັ້ງນັບແຕ່ 1 MW ຂຶ້ນໄປໄດ້ທັງໝົດ 98 ແຫ່ງ, ລວມກຳລັງຕິດຕັ້ງ 11.692,14 ເມັກກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 55.884, GWh/ປີ. ສຳລັບການພັດທະນາດ້ານແຮ່ທາດ ແລະ ວຽກງານບໍ່ແຮ່ ມາຮອດທ້າຍເດືອນມັງກອນ ປີ 2024 ນີ້, ລັດຖະບານ ໄດ້ອະນຸຍາດເຊັນສັນຍາພັດທະນາບໍ່ແຮ່ ໃນຮູບແບບປົກກະຕິ ຈໍານວນ 293 ບໍລິສັດ ໃນນີ້: ຢູ່ໃນໄລຍະການຊອກຄົ້ນ-ສຳຫຼວດ ຈຳນວນ 151 ບໍລິສັດ; ຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຈຳນວນ 32 ບໍລິສັດ; ຢູ່ໃນໄລຍະການຂຸດຄົ້ນ-ປຸງແຕງແຮ່ທາດ ຈຳນວນ 110 ບໍລິສັດ (ໄລຍະການກໍ່ສ້າງບໍ່ແຮ່ ແລະ ໂຮງງານປຸງແຕງ ຈຳນວນ 33 ບໍລິສັດ; ໄລຍະຂຸດຄົ້ນ-ປຸງແຕງ 75 ບໍລິສັດ);ພິເສດ ເລີ່ມແຕ່ປີ 2021 ເປັນຕົ້ນມາ, ລັດຖະບານ ໄດ້ມີນະໂຍບາຍຂຸດຄົ້ນແຮ່ທາດແບບທົດລອງ ເພື່ອຂຸດຄົ້ນລາຍຮັບເຂົ້າງົບປະມານ ສົມທົບກັບການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ-ການເງິນຢູ່ພາຍໃນປະເທດ ມາຮອດເດືອນມີນາ 2024 ນີ້ ລັດຖະບານ ໄດ້ອະນຸຍາດແລ້ວ 93 ບໍລິສັດ ໃນເນື້ອທີ່ທັງໝົດ 39.866,11 ເຮັກຕາ, ສາມາດປະຕິບັດພັນທະ ໃຫ້ ລັດຖະບານ ຈຳນວນຫຼວງຫຼາຍ.

ໄປຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ, ພວກເຮົາກໍ່ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ທີ່ເປັນການກົດໜ່ວງຖ່ວງດຶງ ການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ປະເທດຂອງພວກເຮົາ ໃນນີ້ບັນຫາຫາງສຽງຂອງສັງຄົມ ໃນແງ່ລົບ ໂດຍຜ່ານຊ່ອງທາງຕ່າງໆເຊັ່ນ: ສາຍດ່ວນຂອງສະພາແຫ່ງຊາດ, ຂອງລັດຖະບານ ແລະ ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນຜ່ານສື່ສັງຄົມອອນລາຍ ເຊິ່ງບາງຂໍ້ມູນກໍ່ມີຄວາມເປັນຈິງ ຍ້ອນຄວາມບໍ່ເອົາໃຈໃສ່ໃນການປະຕິບັດລະບຽບກົດໝາຍຂອງຜູ້ລົງທຶນ ບວກກັບຄວາມບໍ່ເຂັ້ມງວດຂອງພະນັກງານພວກເຮົາ, ແຕ່ກໍ່ມີຫຼາຍຂໍ້ມູນ ກໍ່ບໍ່ເປັນຄວາມຈິງ.
ໃນໄລຍະຜ່ານມາ, ຄະນະພັກ, ຄະນະນໍາກະຊວງ ກໍ່ໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວນີ້ ອັນທີ່ພົ້ນເດັ່ນ ໄດ້ສ້າງຕັ້ງພະແນກປະຊາສຳພັນ ແລະ ໄອທີ ຂຶ້ນກັບຫ້ອງການກະຊວງ ເພື່ອເຮັດໜ້າທີ່ເປັນເສນາທິການ ແລະ ເປັນກະບອກສຽງໃຫ້ ການນຳກະຊວງທຸກຂັ້ນ ໃນການເຜີຍແຜ່ ອະທິບາຍຊີ້ແຈງ ຕໍ່ບັນຫາຕ່າງໆ ທີ່ສັງຄົມມີຄວາມສົນໃຈຕໍ່ແນວມທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ ໃນການພັດທະນາຂະແໜງ ການພະລັງງານ ແລະ ບໍ່ແຮ່ ຢູ່ປະເທດພວກເຮົາ ໂດຍຜ່ານສື່ຕ່າງໆເຊັ່ນ:
– ໜັງສືພິມ ພະລັງງານ ແລະ ບໍ່ແຮ່ ແບບລາຍປັກ ໂດຍຈັດພິມ ແລະ ເຜີຍແຜ່ທຸກໆວັນທີ 1 ແລະ ວັນທີ 15 ຂອງທຸກໆເດືອນ ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2018;
– ເວັບໄຊ ແລະ ເຟສບຸກ ສູນຂ່າວພະລັງງານ ແລະ ບໍ່ແຮ່ ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2019;
– ນອກຈາກນີ້, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ຕົກລົງເຫັນດີໃຫ້ຫ້ອງການກະຊວງ ຜະລິດລາຍການ ພບ ຂໍຊີ້ແຈງ ເພື່ອຜະລິດວີດີໂອສັ້ນ ການອະທິບາຍຊີ້ແຈງ ຕໍບັນຫາຕ່າງໆ ທີ່ສັງຄົມມີຄວາມສົນໃຈ.
– ແຕ່ງຕັ້ງຄະນະປະຊາສຳພັນໂຄງການລົງທຶນຂະໜາດໃຫຍ່ຂອງ ຂະແໜງການພະລັງງານ ແລະ ບໍ່ແຮ່ ແລະ ແຕ່ງຕັ້ງຄະນະໂຄສົກປະຈຳກະຊວງ

ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506