ຄະນະກຳມະການຊີ້ນຳຮ່ວມໂຄງການເຂື່ອນໄຟຟ້ານ້ຳກົງ 1 ແລະ 3 ຈັດກອງປະຊຸມປະຈໍາປີຂອງຕົນ

           ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2022 ນີ້ ຢູ່ໂຮງເເຮມຄາວພາຊາ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ຫົວໜ້າຄະນະກຳມະການຊີ້ນຳຮ່ວມໂຄງການເຂື່ອນໄຟຟ້ານໍ້າກົງ1 ແລະ 3, ມີ ທ່ານ ປະທານກໍາມະທິການເສດຖະກິດ, ເຕັກໂນ ແລະ ສິ່ງເເວດລ້ອມ ສະພາແຫ່ງຊາດ; ທ່ານ ຮອງເຈົ້າແຂວງໆ ອັດຕະປື, ທ່ານ ຮອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ທ່ານ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະກຳມະການທີ່ມາຈາກຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍບໍລິສັດໄຟຟ້ານໍ້າກົງ1 ແລະ 3 ເຂົ້າຮ່ວມ.

          ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລືເເລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານປິ່ນອ້ອມ ການພັດທະນາໂຄງການເຂື່ອນໄຟຟ້ານ້ຳກົງ 1 ແລະ 3 ເປັນຕົ້ນແມ່ນ: ຮັບຟັງການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ; ບົດລາຍງານຂອງໜ່ວຍງານ RMU ແລະ ການແກ້ໄຂບັນຫາຕ່າງໆຂອງໂຄງການ; ບົດລາຍງານກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເເລະ ວິທີເເກ້ໄຂໃນຕໍ່ໜ້າ ເພື່ອໃຫ້ຄະນະກຳມະການໄດ້ຄົ້ນຄວ້າພິຈາລະນາ ແລະ ປະກອບຄຳເຫັນຕໍ່ບັນດາບົດລາຍງານຕ່າງໆ. ພ້ອມກັນນີ້, ຜ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນ ປຶກສາຫາລື ແລະ ຊອກຫາວິການແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າວຽກຕ່າງໆຂອງໂຄງການດຳເນີນໄປຢ່າງສະດວກສະບາຍ ແລະ ສຳເລັດຕາມແຜນການວາງອອກ.

          ໂຄງການເຂື່ອນໄຟຟ້ານໍ້າກົງ1 ຕັ້ງຢູ່ບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື, ຫ່າງຈາກນະຄອນຫຼວງວຽງຈັນ ໄປທາງທິດໃຕ້ປະມານ 910 ກິໂລແມັດ, ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 31 ຕຸລາ 2017, ມາຮອດວັນທີ 1 ຕຸລາ 2021 ກໍ່ສ້າງສຳເລັດ ແລະ ເລີ່ມຜະລິດ-ຂາຍໄຟອອກຢ່າງເປັນທາງການ. ລວມກໍາລັງຕິດຕັ້ງ 160 ເມັກກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 633 ຈິກກາວັດໂມງຕໍ່ປີ, ເປັນເຂື່ອນຫີນຖົມໜ້າເບຕົງ (CFRD), ຄວາມສູງຂອງເຂື່ອນ 90 ແມັດ, ລວງຍາວຂອງສັນເຂື່ອນ 325 ແມັດ. ສໍາລັບໂຄງການເຂື່ອນໄຟຟ້ານໍ້າກົງ3 ຕັ້ງຢູ່ບ້ານວັງແຄນ ເມືອງພູວົງ ແຂວງອັດຕະປື, ໂຄງການໄດ້ເຊັນສັນຍາສຳປະທານກັບລັດຖະບານໃນວັນທີ 14 ກັນຍາ 2016 ແລະ ດັດແກ້ສັນຍາຄືນໃໝ່ໃນວັນທີ 12 ມິຖຸນາ 2019. ມາຮອດວັນທີ 1 ເມສາ 2021 ໂຄງການໄດ້ກໍ່ສ້າງສຳເລັດ ແລະ ເລີ່ມຜະລິດກະແສໄຟຟ້າ ດ້ວຍກຳລັງຕິດຕັ້ງ 54 ເມັກກາວັດ, ເປັນເຂື່ອນປະເພດຄອນກຣີດອັດແໜ້ນ (RCC).

ພາບ-ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ