ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປຍົກລະດັບການພົວພັນຮ່ວມມືດ້ານພະລັງງານ

          ໃນໂອກາດການເດີນທາງຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ຂອງ ທ່ານ ປອ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະຫວ່າງວັນທີ 27-28 ກັນຍາ 2022. ຕາງໜ້າ ລັດຖະບານ ສປປ ລາວ ໂດຍ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ຕາງໜ້າລັດຖະບານ ສິງກະໂປ ໂດຍ ທ່ານ Dr. Tan See Leng ລັດຖະມົນຕີກະຊວງ ແຮງງານ ທັງເປັນລັດຖະມົນຕີຜູ້ທີ່ສອງຂອງກະຊວງ ການຄ້າ ແລະ ອຸດສາຫະກຳ ສ.ສິງກະໂປ ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ນາຍົກລັດຖະມົນຕີ ຂອງທັງສອງປະເທດ.

          ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ສ້າງຂຶ້ນໂດຍມີຈຸດປະສົງເພື່ອສ້າງກອບການເຮັດວຽກລະຫວ່າງສອງຝ່າຍ ໂດຍສະເພາະແມ່ນການສ້າງເງື່ອນໄຂຊຸກຍູ້ໃຫ້ການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດ ໂດຍອີງໃສ່ 5 ຂອບເຂດການຮ່ວມມື ໃນນີ້ແມ່ນໃສ່ການພັດທະນາພະລັງງານທົດແທນໃນ ສປປລາວ ແລະ ການເຂົ້າເຖິງແຫຼ່ງທຶນ ທີ່ເໝາະສົມໃນການຄ້າໄຟຟ້າ ລວມເຖິງການອຳນວຍຄວາມສະດວກໃຫ້ແກ່ການສົ່ງໄຟຟ້າຂ້າມຊາຍແດນ. ພ້ອມກັນນີ້, ທັງສອງຝ່າຍ ຈະຮ່ວມມືກັນສຶກສາຄວາມເປັນໄປໄດ້ກ່ຽວກັບການພັດທະນາພະລັງງານໄຟຟ້າສະອາດ ໂດຍສະເພາະແມ່ນ Pumped Storage Hydropower, ພະລັງງານລົມ, ພະລັງງານໄຟຟ້າຈາກແສງຕາເວັນ ແລະ ລວມເຖິງການສຶກສາຄວາມເປັນໄປໄດ້ ເພື່ອຂະຫຍາຍໄລຍະເວລາການສົ່ງໄຟໃນໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS PIP).

ພາບ ແລະ ແຫຼ່ງຂໍ້ມູນ: ກອງເລຂາການນໍາ ພບ
ຂ່າວ: ຄໍາແສງ ແກ້ວປະເສີດ