ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ສະເຫຼີມສະຫຼອງ ຜົນສຳເລັດການຜະລິດໂປຣຊຽມຄຼໍເຣດ 1 ລ້ານໂຕນ

          ວັນທີ 28 ເມສາ 2023 ທີ່ຜ່ານມານີ້ ຢູ່ແຂວງຄຳມ່ວນ ໄດ້ຈັດພິທີສະເຫຼີມສະຫຼອງບໍລິສັດລາວຄາຍຢວນບັນລຸການຜະລິດໂປສຊຽມຄຼໍເຣດບັນລຸມາດຕະຖານ 1 ລ້ານໂຕນ ຢູ່ ສປປ ລາວ ພາຍຫຼັງໄດ້ດຳເນີນກິດຈະການມາແຕ່ປີ 2008 ເປັນຕົ້ນມາ. ພິທີອັນມີຄວາມໝາຍສຳຄັນນີ້ ໄດ້ຮັບກຽດເຂົ້າຮ່ວມຕັດແຖບຜ້າ ພ້ອມລັ່ນກ້ອງ 9 ບາດ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາລັດຖະບານ; ທ່ານ ຄຳເຈນ ວົງພູສີ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍການນຳຈາກສູນກາງ, ທ້ອງຖິ່ນ, ພະນັກງານ, ກຳມະກອນຂອງບໍລິສັດເຂົ້າຮ່ວມຢ່າງຄຶກຄື້ນ.

            ໃນປີ 2008, ບໍລິສັດລາວຄາຍຢວນໄດ້ຕັ້ງຂື້ນຢູ່ແຂວງຄຳມ່ວນ, ຕໍ່ມາໃນເດືອນ ຕຸລາ 2012, ເປັນຄັ້ງທໍາອິດໃນລາວທີ່ມີຜົນຜະລິດໂປສຊຽມຄຼໍເຣດປະຈໍາປີເຖິງ 500.000 ໂຕນ, ເປັນຜູ້ບຸກເບີກການຂຸດຄົ້ນເກືອໂພແທດຊຽມ, ພ້ອມທັງເປັນວິສາຫະກິດທໍາອິດໃນໂລກທີ່ປະສົບຜົນສໍາເລັດໃນຂຸດຄົ້ນເກືອໂພແທດຊຽມແຂງ. ນອກຈາກນັ້ນບໍລິສັດລາວຢວນຄາຍຍັງສ້າງຄວາມໄວ ແລະ ສິ່ງທີ່ມະຫັດສະຈັນ. ປຸ໋ຍໂພແທດຊຽມ ບໍລິສັດລາວຄາຍຢວນໄດ້ກາຍເປັນຜູ້ບຸກເບີກ ແລະ ເປັນກໍາລັງຫຼັກຂອງວິສາຫະກິດປຸ໋ຍໂພແທດຊຽມໃນຕ່າງປະເທດຂອງຈີນທີ່ຜະລິດສົ່ງກັບຄືນສູ່ຕະຫຼາດພາຍໃນປະເທດ. ປັດຈຸບັນ, ປຸ໋ຍໂພແທດຊຽມ ຂອງບໍລິສັດລາວຄາຍຢວນໄດ້ຈໍາໜ່າຍຢູ່ 20 ກວ່າປະເທດ. ບໍລິສັດລາວຄາຍຢວນໄດ້ກາຍເປັນຜູ້ຕາງໜ້າຂອງປຸ໋ຍໂພແທດຊຽມລາວ, ກາຍເປັນໃບໜ້າໃບຕາທີ່ສະຫງ່າງາມສ້າງຊື່ສຽງທາງດ້ານອຸດສາຫະກໍາປຸ໋ຍໂພແທດຊຽມໃນໂລກ, ເປັນບໍລິສັດພຽງແຫ່ງດຽວທີ່ໄດ້ເຂົ້າໃນໂຄງການຫຼັກ 5 ປີຄັ້ງທີ 14 ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງ ສປ ຈີນ.

ງານສະເຫລີມສະຫລອງຜົນສຳເລັດການຜະລິດໂປຣຊຽມຄຼໍເຣດ 1 ລ້ານໂຕນໃນມື້ນີ້ ບໍ່ພຽງແຕ່ເປັນເຫດການສຳຄັນໃນຂະບວນການພັດທະນາຂອງ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດເທົ່ານັ້ນ, ແຕ່ຍັງເປັນອີກໜຶ່ງເຫດການທີ່ສຳຄັນໃນການພັດທະນາອຸດສາຫະກຳຂອງ ສປປ ລາວ. ເປັນບໍລິສັດທຳອິດທີ່ປະສົບຜົນສໍາເລັດໃນການຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່ໂພແທດຊຽມຄລໍຣີດໃນລາວ, ໃນໄລຍະການພັດທະນາຕັ້ງແຕ່ປີ 2008 ເປັນຕົ້ນມາ, ພາຍໃຕ້ການເບິ່ງແຍງຊ່ວຍເຫຼືອ ແລະ ສະໜັບສະໜູນຈາກທຸກພາກສ່ວນທັງຢູ່ສູນກາງ ແລະ ທ້ອງຖິ່ນ.

          ບໍລິສັດລາວຄາຍຢວນ ຍາມໃດກໍ່ໄດ້ຈັດຕັ້ງປະຕິບັດຕາມລະບຽບກົດໝາຍຂອງລາວ, ເຄົາລົບຮີດຄອງປະເພນີຂອງທ້ອງຖິ່ນ, ຕັ້ງໜ້າປະກອບສ່ວນຮັບຜິດຊອບຊ່ວຍເຫຼືອຕໍ່ສັງຄົມ, ເພີ່ມການເກັບກໍາລາຍຮັບໃຫ້ແກ່ລັດຖະບານລາວ, ເພື່ອພັດທະນາເສດຖະກິດຂອງແຂວງຄຳມ່ວນ, ເພື່ອໂອກາດໃນການຈ້າງງານຂອງຄົນໃນທ້ອງຖິ່ນ, ປະກອບສ່ວນອັນໃຫຍ່ຫຼວງໃນການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີໃຫ້ແກ່ຄົນໃນທ້ອງຖິ່ນ, ສ້າງຮູບແບບການຮ່ວມມືພັດທະນາທີ່ຍິ່ງໃຫຍ່ ລະຫວ່າງ ລາວ-ຈີນ, ເປັນວິສາຫະກິດຜະລິດປຸ໋ຍໂພແທດຊຽມລາວໃຫຍ່ທີ່ສຸດຂອງລາວ, ເປັນວິສາຫະກິດນຳໜ້າຂອງແຂວງຄຳມ່ວນ ແລະ ເປັນວິສາຫະກິດຂຸດຄົ້ນແຮ່ ແລະ ການປຸງແຕ່ງທາດໂພແທດຊຽມຄລໍຣີດຢູ່ໃນລາວ. ປະຈຸບັນ, ໄດ້ສຳເລັດການຜະລິດຕາມມາດຕະຖານໄລຍະທີ 2, ໄດ້ເພີ່ມກຳລັງການຜະລິດຈາກ 500.000 ໂຕນ ເປັນ 1 ລ້ານໂຕນ, ເປັນການຜະລິດດ້ວຍປະສິດຕິພາບສູງແບບກະໂດດຂັ້ນ, ແນ່ນອນນີ້ຈະເປັນການຜັກດັນການພັດທະນາເສດຖະກິດ-ສັງຄົມຂອງແຂວງພວກເຮົາ, ຮັກສາຄວາມໝັ້ນຄົງທາງດ້ານຊີວິດການເປັນຢູ່ໃນສັງຄົມໃຫ້ໝັ້ນຄົງ, ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ, ປະກອບສ່ວນໃນການພັດທະນາທ້ອງຖິ່ນ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ