ທ່ານ ລັດຖະມົນຕີ ໄດ້ຕ້ອນຮັບທູດບັນດາປະເທດເພື່ອນມິດ ເຂົ້າພົບປະ

          ໃນວັນທີ 13 ພະຈິກ 2023 ທີ່ຜ່ານມາ ຢູ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຈູອໍນີແຕ, ເອກອັກຄະລັກຖະທູດ ສະຫະພາບ ເອີຣົບ ປະຈຳ ລາວ ພ້ອມດ້ວຍຄະນະ. ໃນການຢ້ຽມຢາມຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລືການຊ່ວຍເຫຼືອທີ່ຈຳເປັນໃນການຄຸ້ມຄອງ ແລະ ປັບປຸງລະບຽບການຂອງຂະແໜງບໍ່ແຮ່, ການພັດທະນາພະລັງງານທົດແທນ ໃນ ສປປ ລາວ ເປັນຕົ້ນແມ່ນ ພະລັງງານແສງຕາເວັນ ແລະ ລົມ. ພ້ອມດຽວກນນີ້ອີຢູ ຍັງຈະສະໜັບສະໜູນ ການເຊື່ອມໂຍງດ້ານພະລັງງານໃນພາກພື້ນອາຊຽນ ອີກດ້ວຍ.

          ໃນເວລາຕໍ່ມາ, ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ກຽດຕ້ອນ ຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຊູເດັດ ມາເນຍ ເອກອັກຄະລັດຖະທູດ ແຫ່ງສິງກະໂປຄົນໃໝ່ ປະຈຳ ສປປ ລາວພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີໄດ້ ສະແດງຄວາມຍິນດີທີ່ ທ່ານ ຊູເດັດ ມາເນຍ ໄດ້ຮັບໜ້າທີ່ເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສິງກະໂປ ປະຈຳ ສປປ ລາວ ຄົນໃໝ່ ທີ່ໄດ້ຖືກແຕ່ງຕັ້ງດຳລົງ ຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳ ສປປ ລາວ ເພື່ອເປັນການສານຕໍ່ສາຍພົວພັນການຮ່ວມມືທາງດ້ານຂະແໜງພະລັງງານແລະບໍ່ແຮ່ທີ່ສອງປະເທດມີຮ່ວມກັນ ເປັນຕົ້ນແມ່ນໂຄງການຊື້-ຂາຍໄຟ ສາຍສົ່ງ LTMS ແລະເສີມຂະຫຍາຍພັດທະນາສາຍສົ່ງໄຟຟ້າແຮງສູງເພີ່ມຂຶ້ນຕື່ມ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ ແລະ ສິງກະໂປ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ.ຊຶ່ງຈະ ເປັນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງສອງ ປະເທດ ລາວ ແລະ ສິງກະໂປ ທີ່ເຄີຍມີມາແລ້ວນັ້ນ ໃຫ້ນັບມື້ ຂະຫຍາຍຕົວກ້າວສູ່ລ່ວງເລີກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
          ໃນຕອນທ້າຍທ່ານ ທ່ານ ຊູເດັດ ມາເນຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີພ້ອມດ້ວຍຄະນະຈາກກະຊວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳ ສປປ ລາວເອກອັກຄະລັດຖະທູດ ທີ່ຈະມາຮັບໜ້າທີ່ສານຕໍ່ສາຍສໍາພັນເພື່ອສືບຕໍ່ຊຸກຍູ້, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດທີ່ມີມາແລ້ວນັ້ນ ໃຫ້ສືບຕໍ່ໄດ້ຮັບການຂະຫຍາຍຂຶ້ນຕື່ມ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ