ທ່ານ ລັດຖະມົນຕີ ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ ປີ 2021-2030 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາແຫ່ງຊຸດທີ IX

          ຕອນເຊົ້າວັນທີ 28 ມິຖຸນາ 2023 ເຊິ່ງເປັນທີ3 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາແຫ່ງຊາດຊຸດທີ IX, ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ ລັດຖະບານ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້ນຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນ 4 ບັນຫາຕົ້ນຕໍ່ຄື:

ບັນຫາທີ 1: ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ ປີ 2021-2030
ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນ, ຂໍ້ສະດວກ ແລະ ຂໍ້ກຍຸ້ງຍາກ ພ້ອມທັງທິດທາງແກ້ໄຂໃນຕໍ່ໜ້າ ວ່າ: ປະຈຸບັນ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ງ 1 MW ຂຶ້ນໄປ ມີຈໍານວນທັງໝົດ 94 ແຫ່ງ; ໂຄງການພະລັງງານນໍ້າມີທັງໝົດ 81 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ, ລວມກໍາລັງຕິດຕັ້ງ 11.661,14 ເມກະວັດ. ການຜະລິດແຫຼ່ງພະລັງງານໄຟຟ້າຮັບໃຊ້ພາຍໃນ ສົມທຽບໃສ່ກໍາລັງການຜະລິດ ທີ່ໄດ້ຮັບຮອງຢູ່ໃນຍຸດທະສາດດັ່ງກ່າວ ສາມາດປະຕິບັດໄດ້ຄື: ເຂື່ອນໄຟຟ້ານໍ້າຕົກ ປະຕິບັດໄດ້ 92,9% ທຽບໃສ່ຄາດຫມາຍ 75%; ພະລັງງານໄຟຟ້າຖ່ານຫີນ ປະຕິບັດໄດ້ 3,5% ທຽບໃສ່ຄາດຫມາຍ 14%; ພະລັງງານທົດແທນ ປະຕິບັດໄດ້ 3,6% ທຽບໃສ່ຄາດຫມາຍ 11%. ການພັດທະນາລະບົບສາຍສົ່ງ ແລະ ສະຖານີ ກໍ່ມີບາດກ້າວຂະຫຍາຍຕົວ ເປັນຕົ້ນແມ່ນ: ຂະຫຍາຍລະບົບສາຍສົ່ງໄຟຟ້າລະດັບແຮງດັນ 500 kV ໃຫ້ເຊື່ອມຈອດກັນໃຫ້ໄດ້ 957 km ແມ່ນສໍາເລັດສາຍສົ່ງ ແຕ່ ສະຖານີ 500 kV ນາເພຍ-ເພຍລາດ 160 km ແລະ ສາຍສົ່ງ 500 kV ແຕ່ ສະຖານີພູວົງ ຫາ ສະຖານີບ້ານຫາດ ຫາ ຊາຍແດນກໍາປູເຈຍ ຄວາມຍາວ 173 km, ຄິດເປັນສ່ວນຮ້ອຍ ທຽບກັບ ຍຸດທະສາດຮອດປີ 2030 ແມ່ນສາມາດຈັດຕັ້ງປະຕິບັດໄດ້ 34,8%; ຂະຫຍາຍລະບົບສາຍສົ່ງໄຟຟ້າລະດັບແຮງດັນ 230 kV ໃຫ້ເຊື່ອມຈອດກັນໃຫ້ໄດ້ 921 km ປະຈຸບັນພວມກໍາລັງກໍ່ສ້າງສາຍສົ່ງ 230 kV ແຕ່ ສະຖານີ 230 kV ນາຊາຍທອງ-ເພຍລາດ, ພວມກໍາລັງກໍ່ສ້າງສາຍສົ່ງ 230 kV ແຕ່ ນາບົງ ຫາ ສະຖານີດົງໂພສີ ແລະ ໂຄງການນໍ້າອູ ໄລຍະສອງຈໍານວນໜຶ່ງ ຄິດເປັນສ່ວນຮ້ອຍ ທຽບກັບ ຍຸດທະສາດຮອດປີ 2030 ແມ່ນສາມາດຈັດຕັ້ງປະຕິບັດໄດ້ 21,5% ແລະ ຂະຫຍາຍລະບົບສາຍສົ່ງໄຟຟ້າລະດັບແຮງດັນ 115 kV ໃຫ້ເຊື່ອມຈອດກັນໃຫ້ໄດ້ 1.325 ປະຈຸບັນພວມກໍາລັງກໍ່ສ້າງສາຍສົ່ງ 115 kV ແຕ່ ສະຖານີນາໄຫ-ດົງໂພສີ, ສໍາເລັດການກໍ່ສ້າງສາຍສົ່ງ 115 kV ແຕ່ ບັງເຢາະ ຫາ ສິລິນທອນ ແລະ ສາຍສົ່ງ 115 kV ທີ່່ຕິດພັນກັບແຫຼ່ງຜະລິດ ພາຍໃນປີ 2022 ສໍາເລັດ 10 ໂຄງການ ຄິດເປັນສ່ວນຮ້ອຍ ທຽບກັບ ຍຸດທະສາດຮອດປີ 2030 ແມ່ນສາມາດຈັດຕັ້ງປະຕິບັດໄດ້ 28,7%. 

           ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດ ຍຸດທະສາດການພັດທະນາພະລັງງານໄຟຟ້າ ຢູ່ປະເທດພວກເຮົາມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ. ຂໍ້ສະດວກ ມີການນຳໃຊ້ແຫຼ່ງຜະລິດພະລັງງານໄຟຟ້າ ພາຍໃນປະເທດ ມີການຊີ້ນໍາ-ນຳພາການພັດທະນາຂະແໜງການ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຫັນເປັນອຸດສາຫະກໍາທັນສະໄໝ. ໂດຍເຮັດໃຫ້ຂະແໜງການມີບົດບາດສໍາຄັນໃນໂຄງປະກອບເສດຖະກິດ ແລະ ເປັນຂະແໜງການຫຼັກທີ່ສ້າງລາຍຮັບເຂົ້າງົບປະມານແຫ່ງຊາດທັງທາງກົງ ແລະ ທາງອ້ອມ; ທິດທາງນະໂຍບາຍແລະແນວໂນ້ມສາກົນ ເອື້ຍອຳນວຍສົ່ງເສີມພະລັງງານສະອາດ ຊຶ່ງ ສປປລາວ ມີທ່າແຮງຫລາຍສົມຄວນ. ບັນດາຜູ້ພັດທະນາໂຄງການໄດ້ມີຄວາມສົນໃຈແລະເອົາໃຈໃສ່ຢ່າງຕັ້ງໜ້າ, ເຊິ່ງເປັນເງື່ອນໄຂໜຶ່ງໃນການສ້າງລາຍຮັບເຂົາງົບປະມານແຫ່ງຊາດ. ສ່ວນຂໍ້ຫຍຸ້ງຍາກ: ເນື່ອງຈາກ ການພັດທະນາຕ້ອງອີງໃສ່ ແຫລ່ງເງິນຈາກຕ່າງປະເທດເປັນສ່ວນໃຫຍ່ ເວລາຈັດຕັ້ງປະຕິບັດຕົວຈິ່ງເຫັນວ່າ ແຜນການພັດທະນາດ້ານພະລັງງານໄຟຟ້າຂອງຂະແໜງການ ຍັງມີຄວາມບໍ່ແນ່ນອນ ມີຄວາມລ້າຊ້າ ບາງຄັ້ງຕ້ອງປະຕິບັດຕາມເງື່ອນໄຂຂອງຜູ້ພັດທະນາ. ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດບາງຄັ້ງບໍ່ສອດຄ່ອງຕາມແຜນທີ່ກໍານົດໄວ້; ບັນຫາຄວາມຕ້ອງການໄຟຟ້າບາງຂະແໜງການຍັງມີລັກສະນະທີ່ບໍ່ແນ່ນອນ ເປັນຕົ້ນແມ່ນ ການສະໜອງໄຟໃຫ້ການກໍ່ສ້າງເຂື່ອນ, ການຂຸດຄົ້ນບໍ່ແຮ່, ທຸລະກິດບິດຄອຍ ເຮັດໃຫ້ຕົ້ນທຶນໃນການສະໜອງໄຟສູງ; ການພັດທະນາແຫຼ່ງຜະລິດໄຟຟ້າ, ໄລຍະຜ່ານມາອີງໃສ່ການເພີ້ມຄວາມໝັ້ນຄົງໃນການສະໜອງພະລັງງານໄຟຟ້າຈຶ່ງໄດ້ມີພັດທະນາໂຄງການໄຟຟ້າຈາກຖ່ານຫີນຈໍານວນໜຶ່ງ ແຕ່ໃນຊ່ວງໄລຍະ 2-3 ປີທີ່ຜ່ານມາເຫັນວ່າມີຫຼາຍສະຖາບັນການເງິນຂອງສາກົນບໍ່ໃຫ້ການສະໜັບສະໜູນການພັດທະນາໂຄງການຜະລິດໄຟຟ້າຈາກຄວາມຮ້ອນຖ່ານຫີນ ສົ່ງຜົນໃຫ້ມີໂຄງການຈໍານວນໜຶ່ງ ທີ່ໄດ້ມີການກໍ່ສ້າງເກີດຄວາມລ່າຊ້າ ຫຼື ອາດຈະບໍ່ໄດ້ຮັບການພັດທະນາ ແລະ ການພັດທະນາສາຍສົ່ງ ຂາດທືນຮອນ ໃນການພັດທະນາ, ຂາດຄວາມຫນ້າເຊື່ອຖື ໃນການຊໍາລະຫນີ້ສີນ, ບໍ່ສາມາດເຂົ້າຫາແຫລ່ງທືນໄດ້, ຄ່າສົດເຊີຍ ທາງດ້ານສີ່ງແວດລ້ອມ ແລະສັງຄົມ ມີແນວໂນ້ມຍາກ ແລະລາຄາສູງ, ການຫັນປ່ຽນດີນ ປ່ຽນປ່າ ໃຊ້ເວລາແກ້ໄຂຂ້ອນຂ້າງກີນເວລາ, ມູນຄ່າກໍ່ສ້າງສູງ ແລະ ຄວາມສ່ຽງສູງ.

           ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ຍຸດທະສາດການພັດທະນາພະລັງງານໄຟຟ້າ ໃນຕໍ່ໜ້າບັນລຸຕາມແຜນການທີ່ວາງໄວ້ ທ່ານ ລັດຖະມົນຕີ ຍັງໄດ້ຍົກໃຫ້ບາງວິທີການແກ້ໄຂເປັນຕົ້ນແມ່ນ: ພິຈາລະນາຮູບແບບການຜະລິດໄຟຟ້າໃຫ້ມີການປະສົມປະສານ (Hybrid) ການພັດທະນາພະລັງງານໄຟຟ້ານໍ້າຕົກ ກັບແຫຼ່ງພະລັງງານທົດແທນປະເພດ ອື່ນໆ ຕາມທ່າແຮງບົ່ມຊ້ອນທີ່ມີພາຍໃນປະເທດ ເປັນຕົ້ນແມ່ນ ພະລັງງານໄຟຟ້າຈາກແສງອາທິດ ແລະ ລົມ, ເພື່ອເປັນການສົ່ງເສີມການຜະລິດໄຟຟ້າ ສະໜອງໃນລະດູແລ້ງໃຫ້ຫຼາຍຂຶ້ນ; ສົ່ງເສີມໃຫ້ບຸກຄົນ ແລະຜູ້ປະກອບການ ຕິດຕັ້ງໄຟຟ້າແສງຕາເວັນໄວ້ໃຊ້ເອງຕາມຂີດຄວາມສາມາດ, ຟຟລ ຈະຕ້ອງໄດ້ອອກລະບຽບໃນການເຊື່ອມຕໍ່ ເພື່ອຄວາມປອດໄພ; ພັດທະນາດ້ານໄຮໂດເຈນສີຂຽວເພື່ອເປັນສີນຄ້າສົ່ງອອກ ຈາກແຫຼ່ງໄຟຟ້ານໍ້າຕົກ, ແສງຕາເວັນ ແລະ ລົມ ໂດຍສະເພາະໃນຊ່ວງທີ່ມີພະລັງງານເຫຼືອໃຊ້ຈາກລະບົບ; ສະຫງວນແຫຼ່ງຜະລິດພະລັງງານສະອາດໄວ້ ເພື່ອສະໜອງແກ່ພາຍໃນ ເປັນຕົ້ນແມ່ນ ອຸດສາຫະກໍາ ເພື່ອສ້າງມູນຄ່າເພີ້ມໃຫ້ແກ່ຜະລີດຕະພັນຕາມທ່າອ່ຽງສາກົນ, ພ້ອມທັງໃຫ້ສາມາດຂາຍສີດທີບັດຢັ້ງຢືນພະລັງງານສະອາດ (Renewabel Energy Certificate) ແລະ ວາງແຜນຮອງຮັບເອົາໂຄງການທີ່ສີ້ນສຸດສັນຍາສຳປະທານ ແລະ ນໍາໃຊ້ໃຫ້ເກີດປະ ໂຫຍດສູງສຸດ. 

ແຫຼ່ງຂໍ້ມູນ: ກອງເລຂາການນໍາ
ຮຽບຮຽງໂດຍ: ຄໍາແສງ ແກ້ວປະເສີດ