ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສສ. ຫວຽດນາມ ເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຮ່ວມກັນ

      ໃນລະຫວ່າງວັນທີ 8-12 ເມສາ 2022 ນີ້, ທ່ານ ຫວຽນ ຮົງ ຢຽນ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມຄະນະ ໄດ້ເດີນທາງເຄື່ອນໄຫວ, ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໄດ້ມີການຕ້ອນຮັບຄະນະຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່.

      ພິທີພົບປະຢ່າງເປັນທາງການຂອງທັງສອງຝ່າຍ ໄດ້ຈັດຂຶ້ນຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ. ຝ່າຍກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ນຳພາໂດຍ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ຝ່າຍກະຊວງ ອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ນຳໂດຍ ທ່ານ ຫວຽນ ຮົງ ຢຽນ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໄດ້ມີ ທ່ານ ຮອງລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ຜູ້ອໍານວຍການລັດວິສາຫະກິດຂອງທັງສອງກະຊວງເຂົ້າຮ່ວມ.

ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ທ່ານ ຫວຽນ ຮົງ ຢຽນ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ໄດ້ນຳພາຄະນະຜູ້ແທນກະຊວງ ອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນໂອກາດການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2564, ຕ້ອນຮັບປີໃໝ່ລາວ ພສ 2565 ໃນປີ 2022 ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມໝາຍຢ່າງເລິກເຊິ່ງຕໍ່ສອງປະເທດລາວ-ຫວຽດນາມ ອ້າຍນ້ອງ ທີ່ພວມພາກັນສະເຫຼີມສອງສະຫຼອງສອງວັນປະຫວັດສາດຂອງການພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດໃນປີ 2022 ນີ້. ໂດຍສະເພາະຕໍ່ສອງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ລາຍງານ ແລະ ທົບທວນຄືນ ການຈັດຕັ້ງປະຕິບັດສົນທິສັນຍາການຮ່ວມມື ລະຫວ່າງສອງຝ່າຍໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດຢ່າງຈົບງາມ ໂດຍສະເພາະແມ່ນການປະກອບສ່ວນຊ່ວຍເຫຼືອ ແລະ ລົງທຶນຢູ່ໃນຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງວິສາຫະກິດ ແລະ ນັກລົງທຶນພາກເອກະຊົນທັງສອງປະເທດ ພົ້ນເດັ່ນກວ່າໝູ່ແມ່ນການພັດທະນາເຂື່ອນໄຟຟ້າເພື່ອສົ່ງອອກໄຟຟ້າໄປຫວຽດນາມ ລວມທັງການລົງທຶນໃນວຽກງານບໍ່ແຮ່. ມາຮອດປັດຈຸບັນ ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ທັງໝົດມີ 18 ສັນຍາ (25 ໂຄງການ) ລວມກຳລັງຕິດຕັ້ງ 2.180 MW. ໃນນັ້ນ, ໄດ້ສົ່ງໄຟຂາຍອອກແລ້ວມີ 2 ສັນຍາ ຈາກ 03 ໂຄງການ ລວມກໍາລັງຕິດຕັ້ງ 572 MW ຄື: ເຊຂະໝານ 1, ເຊຂະໝານຊານໄຊ ແລະ ເຊຂະໝານ 3; ໂຄງການທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈສັນຍາຊື້ຂາຍໄຟຟ້າ (Tariff MOU) ກັບ EVN ມີ 05 ສັນຍາ (5 ໂຄງການ) ລວມກຳລັງຕິດຕັ້ງ 1.814 MW; ໂຄງການທີ່ໄດ້ຮັບການຕົກລົງເຫັນດີດ້ານຫຼັກການ ຮັບຊື້ໄຟຈາກລັດຖະບານ ສສ ຫວຽດນາມ ມີ 06 ສັນຍາ (6 ໂຄງການ) ລວມກຳລັງຕິດຕັ້ງ 2.485 MW.

      ສໍາລັບໂຄງການຮ່ວມມື ແລະ ລົງທຶນ ດ້ານທໍລະນີສາດ ແລະ ບໍ່ແຮ່ ມາຮອດປະຈຸບັນ ໄດ້ມີບໍລິສັດຈາກ ສສ ຫວຽດນາມ ເຂົ້າມາລົງທຶນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ ສປປ ລາວ ທັງໝົດ 17 ບໍລິສັດ, 21 ກິດຈະການ ໃນເນື້ອທີ່ສຳປະທານທັງໝົດ 18.209,83 ເຮັກຕາ, ຊຶ່ງກວມເອົາ 8,65% ຂອງເນື້ອທີ່ສຳປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທັງໝົດທີ່ຂັ້ນສູນກາງອອກອະນຸຍາດ. ການລົງທຶນໃນຂະແໜງຊອກຄົ້ນ-ສຳຫຼວດແຮ່ທາດ ມີ 8 ບໍລິສັດ 14 ກິດຈະການ; ໂຄງການຮ່ວມມື (ການຊ່ວຍເຫຼືອລ້າ) ຂອງລັດຖະບານ ຫວຽກນາມ ໃນການສໍາຫຼວດສ້າງຂໍ້ມູນພື້ນຖານທໍລະນີສາດ ແລະ ແຮ່ທາດ ໃຫ້ແກ່ລັດຖະບານ ສປປ ລາວ ລວມມີ 3 ໂຄງການຄື: ໂຄງການ “ ສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:200.000 ເຂດເໜືອວຽງຈັນ – ໃຕ້ຫຼວງພະບາງ ”. ໂຄງການດັ່ງກ່າວ ມີເນື້ອທີ່ ປະມານ 15.870 ກມ2 ກວມເອົາ 4 ແຂວງ ໄດ້ຄື: ແຂວງວຽງຈັນ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງໄຊສົມບູນ ຊຶ່ງໄດ້ຈັດຕັ້ງປະຕິບັດມາແຕ່ປີ 2013; ໂຄງການ ສຶກສາວິທະຍາສາດ ພາຍໃຕ້ຫົວຂໍ້ “ສຶກສາຄົ້ນຄ້ວາຮອຍເລື່ອນ – ຫີນມາກມາ ແລະ ການກໍາເນີດແຮ່ກົ່ວ, ໂວນຟຣາມ, ຄໍາ ແລະ ແຮ່ທາດອື່ນໆ ບໍລິເວນທິດຕາເວັນຕົກສ່ຽງ        ເໜືອເຫງ້ອານ – ຊໍາເໜືອ”. ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ ປະມານ 9.400 ກມ2 ແລະ ໂຄງການ “ ສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:200.000 ເຂດບໍລິຄໍາໄຊ – ໄຊສົມບູນ ” ມູນຄ່າຂອງໂຄງການທີ່ໄດ້ຮັບການອະນຸມັດທັງໝົດ 1.000.000.000 ດົງ ຫຼື ປະມານ 50.000 ໂດລາ ສາ ຫະລັດ. 

ທ່ານ ຫວຽນ ຮົງ ຢຽນ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ພ້ອມຄະນະໃນຄັ້ງນີ້, ເຊິ່ງເປັນຄັ້ງທຳອິດທີ່ໄດ້ເຄື່ອນໄຫວ, ຢ້ຽມຢາມ ສປປ ລາວ ພາຍຫຼັງໄດ້ຮັບຕຳແໜ່ງເປັນ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ. ພ້ອມກັນນີ້, ທ່ານ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຢ່າງຕັ້ງໜ້າຂອງການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ສປປ ລາວ ເຮັດໃຫ້ຂະແໜງການພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງການທີ່ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຈະສືບຕໍ່ຊຸກຍູ້, ສະໜັບສະໜູນໃຫ້ບັນດາວິສາຫະກິດ ແລະ ບໍລິສັດເອກະຊົນຂອງ ສສ.ຫວຽດນາມ ເຂົ້າມາລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອສ້າງຜົນໂຫຍດໃຫ້ກັບສອງປະເທດ ຫວຽດນາມ-ລາວ ຢ່າງໜັກແໜ້ນ. 

      ໃນໂອກາດຢ້ຽມຢາມ ແລະ ເຄື່ອນໄຫວຢູ່ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຄັ້ງນີ້, ທ່ານ ລັດຖະມົນຕີທັງສອງ ຍັງໄດ້ພົບປະກັບນັກທຸລະກິດຂອງທັງສອງປະເທດ ລາວ-ຫວຽດນາມ ທີ່ລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ ຕື່ມອີກ. ພ້ອມກັນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ກໍ່ໄດ້ຈັດງານພິທີບາສີສູ່ຂວັນ ເພື່ອເປັນສິລິມຸງຄຸນໃຫ້ແກ່ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ສປປ ລາວ, ທ່ານ ຫວຽນ ຮົງ ຢຽນ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ພ້ອມດ້ວຍການນຳ ແລະ ພະນັກງານຫຼັກແຫຼ່ງ ຂອງທັງສາມກະຊວງເຂົ້າຮ່ວມ.

ໂດຍ: ພະແນກ ປະຊາສຳພັນ ແລະ ໄອທີ