ພິທີສະເຫຼີມສະຫຼອງວັນວິທະຍາສາດເເຫ່ງຊາດ ຄົບຮອບ 37 ປີ ເເລະ ບຸນວິທະຍາສາດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລເເຫ່ງຊາດ ຄົບຮອບ 28 ປີ

          ໃນວັນທີ 05 ພະຈິກ 2024, ທີ່ ມະຫາວິທະຍາໄລແຫ່ງຊາດ, ບ້ານດົງໂດກ ນະຄອນຫຼວງວຽງຈັນ, ທ່ານ ປອ ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມ ກອງປະຊຸມ ແລະ ພິທີສະເຫຼີມສະຫຼອງວັນວິທະຍາສາດເເຫ່ງຊາດ ຄົບຮອບ 37 ປີ ເເລະ ບຸນວິທະຍາສາດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລເເຫ່ງຊາດ ຄົບຮອບ 28 ປີ, ໃນກອງປະຊຸມ ທ່ານ ຮອງລັດຖະມົນຕີ ຍັງໄດ້ຂື້ນນຳສະເໜີ ກ່ຽວກັບ ຍຸດທະສາດການພັດທະນາພະລັງງານໄຟຟ້າ ເເລະ ບໍ່ເເຮ່ ຂອງ ສປປ ລາວ ແລະ ແຜນການໃນຕໍ່ໜ້າ ຕື່ມອີກ.
ພ້ອມນັ້ນ ໃນງານໄດ້ມີການຈັດວາງສະແດງຜົນງານຂອງ ຄະນະພາກວິຊາໃນ ມຊ ແລະ ຜະລິດຕະພັນເທັກໂນໂລຊີ ແລະ ນະວັດຕະກຳໃໝ່ ຈາກຄະນະພາກວິຊາໃນ ມຊ, ລັດວິສາຫະກິດ ແລະ ບັນດາຫ້າງຮ້ານຈາກບໍລິສັດ ທີ່ເຂົ້າຮ່ວມ.
ພາບ ແລະ ຂ່າວ: ສົມສະນຸກ
ສາຍດ່ວນ: 1506