ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອນຮັບ ແລະ ພົບປະ ທ່ານ ຮອງເຈົ້າແຂວງ ສາລະວັນ Post author:mem admin Post published:07/09/2022 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ / ຂ່າວສານກິລາ ໃນຊຽງຂວາງເກມ ຕອນບ່າຍ ວັນທີ 06 ກັນຍາ 2022, ທີ່ຫ້ອງຮັບແຂກ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະພະແນກຂອງແຂວງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຮອງເຈົ້າແຂວງ ທີ່ໄດ້ເຂົ້າມາພົບປະ ແລະ ເຮັດວຽກຮ່ວມກັບກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍການພົບປະປຶກສາຫາລືກັນຄັ້ງນີ້, ທັງສອງຝ່າຍໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການດ້ານພະລັງງານ ແລະ ບໍ່ແຮ່ ຢູ່ພາຍໃນແຂວງ ສາລະວັນ ໂດຍສະເພາະແມ່ນ ໂຄງການດ້ານພະລັງງານ ເຊັ່ນ ພະລັງງານ ລົມ ແລະ ພະລັງງານແສງຕາເວັນ, ເຊິ່ງໄດ້ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ. ພ້ອມກັນນີ້ ທັງສອງຝ່າຍຍັງສືບຕໍ່ຍົກລະດັບການຮ່ວມມື ແລະ ສືບຕໍ່ການຈັດຕັ້ງປະຕິບັດ ໃນວຽກງານພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ. ພາບ-ຂ່າວ: ສົມສະໜຸກ You Might Also Like ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ ລັດວິສາຫະກິດໄຟຟ້າເອົາໃຈໃສ່ 5 ວຽກຈຸດສຸ່ມໃນໄລຍະ 6 ເດືອນທ້າຍປີ 2022 ນີ້ 16/08/2022 ຄະນະທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມໂຄງການເຂື່ອນໄຟຟ້າ ນ້ຳເທີນ 2 ທີ່ແຂວງຄຳມ່ວນ 01/03/2023 ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບຣູໄນ ດາຣູຊາລາມ ຍົກລະດັບການພົວພັນຮ່ວມມືດ້ານພະລັງງານ. 01/11/2022
ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ ລັດວິສາຫະກິດໄຟຟ້າເອົາໃຈໃສ່ 5 ວຽກຈຸດສຸ່ມໃນໄລຍະ 6 ເດືອນທ້າຍປີ 2022 ນີ້ 16/08/2022
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບຣູໄນ ດາຣູຊາລາມ ຍົກລະດັບການພົວພັນຮ່ວມມືດ້ານພະລັງງານ. 01/11/2022