ຄະ​ນະ​ບໍ​ລິ​ຫານ​ງານ ສະ​ຫະ​ພັນ​ກຳ​ມະ​ບານ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ​ເຂົ້າອວຍ​ພອນ​ການ​ນຳ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ

ໃນ​ໂອ​ກາດ​ສະ​ເຫຼີ່ມ​ສະຫຼອງວັນ​ສ້າງ​ຕັ້ງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ຄົບ​ຮອບ 66 ປີ ທີ່​ໝູນ​ວຽນ​ອີກວາ​ລະ​ໜຶ່ງ​ໃນ​ປີ 2022 ນີ້, ສະ​ຫາຍ ປອ ອະ​ນຸ​ສັກ ພົງ​ສະ​ຫວັດ ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ກຳ​ມະ​ບານ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ພ້ອມ​ຄະ​ນະ ເຂົ້າ​ອວຍ​ພອນ​ການ​ນຳ​ສູນ​ກາງ​ສະ​ຫະພັນ​ກຳ​ມະ​ບານ​ລາວ ​ໂດຍ​ໃຫ້​ກຽດ​ຕ້ອນ​ຮັບ​ຂອງ ສະ​ຫາຍ ວິ​ໄລ ວົງ​ຂະ​ເສີມ ຮອງ​ປະ​ທານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ພ້ອມ​ດ້ວຍ​ຄະ​ນະ ຢູ່​   ຫ​້ອງ​ຮັບ​ແຂກ​ຂອງ​ສູນ​ກາງສະ​ຫະ​ພັນ​ກຳ​ມະ​ບານ​ລາວ.

          ໃນ​ໂອ​ກາດ​ດັ່ງ​ກ່າວ ສະ​ຫາຍ ປອ ອະ​ນຸ​ສັກ ພົງ​ສະ​ຫວັດ ໄດ້​ຕາງ​ໜ້າ​ໃຫ້ ຄະ​ນະ​ບໍ​ລິ​ຫານ​ງານ ແລະ ສະ​ມາ​ຊິກກຳ​ມະ​ບານ​​ທົ່ວກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ກ່າວ​ຄຳອວຍ​ພອນ​ໃຫ້​ຄະ​ນະ​ພັກ, ຄະ​ນະ​ນຳ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ລາວ ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ, ສືບ​ຕໍ່​ເປັນ​ຂັນ​ທຸງ​ໃຫ້ຊາວ​ກຳ​ມະ​ກອນ​ລາວ​ບັນ​ດາ​ເຜົ່າເວົ້າ​ລວມ, ເວົ້າ​ສະ​ເພາະ ພະ​ນັກ​ງານ-ກຳ​ມະ​ກອນ ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ບໍ່​ແຮ່ ເຊິ່ງ​ເປັນ​ຂະ​ແໜງ​ການ ທີ່​ມີ​ກຳ​ລັງ​ແຮງ​ງານຫຼາຍ ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ຢູ່​ຕາມ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ດ້ານ​ພະ​ລັງ​ງານ ແລະ ບໍ່​ແຮ່ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ພ້ອມ​ກັນ​ນີ້, ສະ​ຫາຍ ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນກຳ​ມະ​ບານ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ຍັງ​ໄດ້​ນຳ​ເອົາ​ເງິນ​ສົດ ແລະ ເຄື່ອງ​ບໍ​ລິ​ໂພກ-ອຸ​ປະ​ໂພກ ​ລວມ​ມູນ​ຄ່າ​ທັງ​ໝົດ 10.000.000 ກີບ ນຳ​ມາ​ມອບ​ໃຫ້​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ເພື່ອ​ສະ​ໜັບ​ສະ​ໜູນ ແລະ ມອບ​ເປັນ​ຂອງ​ຂັວນ​ໃຫ້​ນາຍ ແລະ ພົນ​ທະ​ຫານ ຢູ່​ແຂວງ ໄຊ​ສົມ​ບູນ ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ຄົບ​ຮອບ 73 ປີ ຕື່ມ​ອີກ.

ສະ​ຫາຍ ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ສະ​ແດງ​ຄວາມ​ຕ້ອນ​ຮັບ ແລະ ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ກຳ​ມະ​ບານ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ​ພ້ອມ​ດ້ວຍ​ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ກຳ​ມະ​ກອນ ທີ່​ໄດ້​ປະ​ກອບ​ສ່ວນວັດ​ຖຸ, ເງິນ​ສົດ ໃຫ້​ສູນ​ກາງສະ​ຫະ​ພັນ​ກຳ​ມະ​ບານ​ລາວ ເພື່ອ​ໄປ​ມອບ​ຕໍ່​ໃຫ້​ອ້າຍ-ເອື້ອຍ-​ນ້ອງ​ທະ​ຫານທີ່​ປະ​ຈຳ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ທຸ​ລະ​ກັນ​ດານ ໂດຍ​ສະ​ເພາະ​ແມ່ນ​ຢູ່ ແຂວງ​ໄຊ​ສົມ​ບູນ ແລະ ທັງ​ໄດ້​ນຳ​ເອົາ​ຄວາມຢື້​ຢາມ​ຖາມ​ຂ່າວ ແລະ ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຂອງ ຄະ​ນະ​ນຳ ແລະ ສະ​ມາ​ຊິກ​ກຳ​ມະ​ບານ​ທົ່ວ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ຕໍ່​ຄະ​ນະ​ພັກ, ຄະ​ນະ​ນຳ​ຂອງ​ສູນ​ກາງ​ສະ​ຫ​ະ​ພັນ​ກຳ​ມະ​ບານ​ລາວ ໃນ​ຄັ້ງ​ນີ້. ສະ​ຫາຍ ຮອງ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ຍັງ​ສະ​ແດງ​ຄວາມເຊື້ອ​ໝັ້ນ​ວ່າ: ໃນ​ຕໍ່​ໜ້າ​ນີ້ ຈະ​ໄດ້​ຮັບ​ຊຸກ​ຍູ້, ອຸ້ມ​ຊູ ແລະ ຊ່ວຍ​ເຫຼືອ ຈາກ​ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ກຳ​ມະ​ກອນ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ຕື່ມ​ອີກ.

 

          ພາບ ແລະ ຂໍ້​ມູນ: ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ກຳມະບານກະ​ຊວງ

          ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ