ກອງປະຊຸມຜ່ານຮ່າງຍຸດທະສາດພະລັງງານທົດແທນ ຂອງ ສປປ ລາວ (ສະບັບປັບປຸງ)

          ໃນວັນທີ 20 ມິຖຸນາ 2022 ທີ່ຜ່ານມາ, ຢູ່ທີ່ໂຮງແຮມ ເດີແກຣນລີເວີຊາຍ, ເມືອງ ວັງວຽງ, ແຂວງ ວຽງຈັນ ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຈັດກອງປະຊຸມຜ່ານຮ່າງຍຸດທະສາດພະລັງງານທົດແທນ ຂອງ ສປປ ລາວ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ, ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ Tristan Bellingham, ຫ້ອງການອຳນວຍຄວາມສະດວກພະລັງງານທົດແທນອາຊຽນ-ນິວຊີແລນ (New Zealand-Asean Renewable Energy Facility) ແລະ ຍັງໄດ້ມີທ່ານຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກົມທີ່ກ່ຽວຂ້ອງຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຂົ້າຮ່ວມຢ່າງພ້ອມພຽງ.

         ຈຸດປະສົງຂອງກອງປະຊຸມຜ່ານຮ່າງຍຸດທະສາດພະລັງງານທົດແທນຂອງ ສປປ ລາວ ເພື່ອຮັບຟັງຄຳເຫັນ ຫຼື ຄຳແນະນຳ ຈາກບັນດາທ່ານຜູ້ເຂົ້າຮ່ວມ ເພື່ອປັບປຸງເນື້ອໃນຮ່າງຍຸດທະສາດພະລັງງານທົດແທນຂອງ ສປປ ລາວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແທດເໝາະກັບສະພາບການພັດທະນາໃນປະຈຸບັນ ເຊິ່ງເນື້ອໃນຂອງຮ່າງຍຸດທະສາດພະລັງງານທົດແທນ ຂອງ ສປປ ລາວ ດັ່ງກ່າວແມ່ນໄດ້ກວມເອົາ 4 ພາກ ເຊິ່ງເນື້ອໃນຕົ້ນຕໍແມ່ນກວມເອົາການສົ່ງເສີມການຜະລິດໄຟຟ້າຈາກພະລັງງານທົດແທນ; ການສົ່ງເສີມພະລັງງານເຊື້ອໄຟຊີວະພາບ; ການສົ່ງເສີມການນຳໃຊ້ເຕົາປະຢັດ; ການສົ່ງເສີມພະລັງງານໄຮໂດເຈ້ນ; ແລະ ການຊື້-ຂາຍກາກບອນ.
ພາບ ແລະ ຂ່າວສານ: ກົມສົ່ງເສີມ ແລະ ປະຢັດພະລັງງານ