
ພາຍຫຼັງໂຄງການໄດ້ຈັດຕັ້ງປະຕິບັດມາເປັນເວລາ 2 ປີ ໂດຍການສະໜັບສະໜູນທາງດ້ານການເງິນຂອງກອງທຶນພິເສດອົງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໂຄງການ ເວທີຂອງນັກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໝຸ່ມນ້ອຍໄລຍະທີ 2 ພາຍໃຕ້ກອງທຶນແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ກໍ່ໄດ້ຈັດພິທີສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ທີ່ຕິດພັນກັບໂຄງການດັ່ງກ່າວຂຶ້ນຢ່າງເປັນທາງການໃນວັນທີ 14 ຕຸລາ 2022 ຜ່ານມານີ້ ຢູ່ເມືອງ ວັງວຽງ ແຂວງ ວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ວົງຊະນະ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່. ໂດຍມີຜູ້ຕາງໜ້າຈາກ ຄະນະຈັດຕັ້ງປະຕິບັດໂຄງການ ແລະ ບັນດາກົມທີ່ກ່ຽວຂ້ອງຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ເຊັ່ນ: ກົມແຜນການ ແລະ ການຮ່ວມມື, ກົມສົ່ງເສີມ ແລະ ປະຫຍັດພະລັງງານ, ກົມນະໂຍບາຍ ແລະ ແຜນພະລັງງານ, ກົມທຸລະກິດພະລັງງານ, ກົມຈັດຕັ້ງ ແລະ ພະນັກງານ ແລະ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ນອກຈາກນີ້, ຍັງມີຜູ້ຕາງໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກສຶກສາ ຈາກຄະນະວິສະວະກຳສາດ, ມະຫາ ວິທະຍາໄລແຫ່ງຊາດ ລວມທັງໝົດ ຈຳນວນ 40 ກວ່າຄົນເຂົ້າຮ່ວມ.




