ເປີດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ວິຊາການຂະແໜງບໍ່ແຮ່ ແຂວງໄຊສົມບູນ

ພິທີເປີດ​ຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ວິຊາການຂະແໜງພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ກ່ຽວກັບວຽກງານຄຸ້ມຄອງໂຄງການພັດທະນາບໍ່ແຮ່ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ກຸມພາ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການ​ປົກ​ຄອງແຂວງ ໂດຍການເປັນປະທານ​ຮ່ວມ ຂອງທ່ານ ຈັນທະລາ ແກ້ວຫາວົງ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນທຽມ ໄຊສົງຄາມ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ມີວິທະຍາກອນ ຈາກກົມຄຸ້ມຄອງບໍ່ແຮ່ ພ້ອມດ້ວຍສໍາມະນາກອນ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ 5 ເມືອງ ເຂົ້າຮ່ວມ.

ໂອກາດທີ່ມີຄໍາເຫັນຕໍ່ພິທີ ທ່ານ ຈັນທະລາ ແກ້ວຫາວົງ ແລະ ທ່ານ ບຸນທຽມ ໄຊສົງຄາມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນ ຂອງວຽກງານຄຸ້ມຄອງບໍ່ແຮ່ ຊຶ່ງເປັນວຽກງານໜຶ່ງທີ່ຕິດພັນກັບ 5 ທ່າແຮງ ຂອງການພັດທະນາ ແຂວງໄຊສົມບູນ ໄປຄຽງຄູ່ກັບການຜັນຂະຫຍາຍດໍາລັດ 414 ຂອງລັດຖະບານ. ຊຶ່ງປັດຈຸບັນ ກໍມີຫຼາຍບໍລິສັດ ທີ່ໄດ້ເຊັນສັນຍາຄວາມເຂົ້າໃຈ MOU ກັບ ແຂວງໄຊສົມບູນ ເພື່ອຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໃນການຂຸດຄົ້ນແຮ່ທາດຕ່າງໆ. ສະນັ້ນ ຊຸດຝຶກອົບຮົມໃນຄັ້ງນີ້ ຈຶ່ງມີຄວາມສໍາຄັນ ຕໍ່ການສ້າງຄວາມເຂັ້ມແຂງຮອບດ້ານ ໃຫ້ພະນັກງານວິຊາການ ພາຍໃນຂະແໜງພະລັງງານ ແລະ ບໍ່ແຮ່ ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງ ບັນດາໂຄງການດັ່ງກ່າວ ໃຫ້ດໍາເນີນໄປຖືກຕ້ອງຕາມລະບຽບກົດໝາຍ. ຂະນະດຽວກັນ ຊຸດຝຶກອົບຮົມໃນຄັ້ງນີ້ ສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບຂັ້ນຕອນການພັດທະນາບໍ່ແຮ່, ວິທີການເກັບກຳສະຖິຕິບໍ່ແຮ່ ແລະ ການສ້າງຖານຂໍ້ມູນ, ເຕັກນິກການຂຸດຄົ້ນບໍ່ແຮ່ແບບບໍ່ເປີດ, ແບບໃຕ້ດິນ, ການນໍາໃຊ້ GPS ແລະ ໂດຣນ,

ການປະເມີນໂຄງການລົງທຶນດ້ານບໍ່ແຮ່, ຄຸ້ມຄອງການປຸງແຕ່ງແຮ່ທາດ, ເຄື່ອງນໍາເຂົ້າ ແລະ ນິຕິກຳ ກ່ຽວກັບການເຄື່ອນຍ້າຍ-ສົ່ງອອກແຮ່ທາດ ແລະ ການຕິດຕາມກວດກາ ຢູ່ພາກສະໜາມ. ຊຶ່ງພາຍຫຼັງທີ່ສໍາເລັດການຄົ້ນຄວ້າພາກທິດສະດີ ນັກສໍາມະນາກອນ ຈະໄດ້ລົງປະຕິບັດຕົວຈິງ ຢູ່ພາກສະໜາມ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຂອງບໍລິສັດ ແຮ່ເຫຼັກໂກເອກໂກ ຈໍາກັດ ແລະ ບໍລິສັດ ລາວຊິນເຫີເຫຼັກກ້າ ແລະ ພັດທະນາບໍ່ແຮ່ ຈໍາກັດ. ການຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 4 ວັນ ຈຶ່ງສໍາເລັດ.

 

ພາບ ແລະ ແຫຼ່ງ​ຂໍ້​ມູນ: ຈົດ​ໝາຍ​ຂ່າວ​ໄຊ​ສົມ​ບູນ

ຮຽບ​ຮຽງ​ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ