ກອງປະຊຸມເຜີຍແຜ່ສັນຍາສຳປະທາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ ເມືອງຊານໄຊ ແຂວງອັດຕະປື Post author:mem admin Post published:28/12/2022 Post category:ກົມຄຸ້ມຄອງບໍ່ແຮ່ ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້້ນ ໃນຕອນເຊັ້າວັນທີ 23 ທັນວາ 2022 ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໃນຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການສຳປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ໃນເນື້ອທີ່ 1800 ເຮັກຕາ ຢູ່ເຂດວັງຕັດໃຫຍ່ ແລະ ບ້ານຢຽງດາກ, ເມືອງຊານໄຊ ແຂວງອັດຕະປື ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ແກ້ວສະຫງວນ ວິນນາລາດ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ອຸທອງ ສິດທິຍະວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ແລະ ທ່ານ ລັດສະໜີ ວັນໄຊ ຮອງຫົວໜ້າຫ້ອງວ່າການແຂວງອັດຕະປື, ມີຜູ້ຕາງໜ້າຈາກ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ,ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ້ຽວຂ້ອງຂອງທ້ອງຖິ່ນ ບ້ານທີ່ໂຄງການຕັ້ງຢູ່ ເຂົ້າໃນໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ, ເພື່ອສ້າງຄວາມເຂັ້ມ ແຂງດ້ານຂອດການປະສານງານ ເຊິ່ງກັນ ແລະ ກັນ ແລະ ເຮັດໃຫ້ບໍລິສັດ ດຳເນີນໂຄງການຂອງຕົນມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ, ລະບຽບການ, ສັນຍາ ແລະ ຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ຕາມແຜນທີ່ໄດ້ກຳນົດໄວ້. ພາບ-ຂ່າວ: ກົມຄຸ້ມຄອງບໍ່ແຮ່ You Might Also Like ກອງປະຊຸມທາບທາມຄໍາຄິດເຫັນຕໍ່ຮ່າງຍຸດທະສາດ ແລະ ດໍາລັດວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ 21/11/2022 ກົມຄຸ້ມຄອງບໍ່ແຮ່ ສຳເລັດກອງປະຊຸມ ປຶກສາຫາລືແລກປ່ຽນບົດຮຽນດ້ານການຄຸ້ມຄອງວຽກງານການລົງທຶນດ້ານແຮ່ທາດ ຢູ່ແຂວງ ບໍລິຄຳໄຊ 04/11/2024 ກົມຄຸ້ມຄອງບໍ່ແຮ່ ແລະ ກົມກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປຶກສາຫາລືວຽກງານກວດກາປະເມີນຜົນຈັດປະເພດໂຄງການລົງທຶນດ້ານແຮ່ທາດ ແລະ ວຽກງານກວດກາສິ່ງແວດລ້ອມ 02/10/2024
ກອງປະຊຸມທາບທາມຄໍາຄິດເຫັນຕໍ່ຮ່າງຍຸດທະສາດ ແລະ ດໍາລັດວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ 21/11/2022
ກົມຄຸ້ມຄອງບໍ່ແຮ່ ສຳເລັດກອງປະຊຸມ ປຶກສາຫາລືແລກປ່ຽນບົດຮຽນດ້ານການຄຸ້ມຄອງວຽກງານການລົງທຶນດ້ານແຮ່ທາດ ຢູ່ແຂວງ ບໍລິຄຳໄຊ 04/11/2024
ກົມຄຸ້ມຄອງບໍ່ແຮ່ ແລະ ກົມກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປຶກສາຫາລືວຽກງານກວດກາປະເມີນຜົນຈັດປະເພດໂຄງການລົງທຶນດ້ານແຮ່ທາດ ແລະ ວຽກງານກວດກາສິ່ງແວດລ້ອມ 02/10/2024