ກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ແຂວງ ຊຽງຂວາງ

          ໃນວັນທີ 21 ຕຸລາ 2024 ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຂອງກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ໃນເນື້ອທີ່ 14.08 ກມ2 ຢູ່ເຂດບ້ານໝີ່ ແລະ ບ້ານມອນ, ເມືອງແປກ, ແຂວງຊຽງຂວາງ, ແລະ ໃນຕອນບ່າຍຂອງວັນດຽວກັນ ກໍ່ໄດ້ສືບຕໍ່ເຜີຍແຜ່ເນື້ອໃນສັນຍາສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ-ທອງ ໃນເນື້ອທີ່ 9.72 ກມ2 ຢູ່ເຂດບ້ານລ້ອງຄານ ແລະ ບ້ານມ່ວງຄໍາ, ເມືອງພູກູດ, ແຂວງຊຽງຂວາງ ຂອງບໍລິສັດ ຮ່ວມໃຈ ສໍາຫຼວດ-ຂຸດຄົ້ນ ບໍ່ແຮ່ ລາວ-ຈີນ ຈໍາກັດ ໂດຍພາຍໄຕ້ການເປັນປະທານຮ່ວມກອງປະຊຸມຂອງ ທ່ານ ປອ ວົງຄໍາ ຈະເລີນສຸກ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ທອງເພັດ ຈັນທະວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ແລະ ທ່ານ ບົວລອຍ ຈັນທະວົງ ຮອງເຈົ້າເມືອງ ເມືອງແປກ, ແຂວງຊຽງຂວາງ.

          ຕໍ່ມາໃນຕອນເຊົ້າຂອງວັນທີ 22 ຕຸລາ 2024 ກໍ່ໄດ້ສືບຕໍ່ກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ໃນເນື້ອທີ່ 13.56 ກມ2 ຢູ່ເຂດບ້ານນາຕໍ, ເມືອງຄູນ, ແຂວງຊຽງຂວາງ ຂອງກຸ່ມບໍລິສັດ ອາວີ ພູຍວນ ມາຍນິ້ງ ຈໍາກັດຜູ້ດຽວ ໂດຍການເປັນປະທານຮ່ວມກອງປະຊຸມ ທ່ານ ປອ ວົງຄໍາ ຈະເລີນສຸກ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ຄອນແກ້ວ ພູນທອງໃສ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ແລະ ທ່ານ ວຽງພອນ ເມືອງຈະເລີນ ເຈົ້າເມືອງ ເມືອງຄູນ, ແຂວງຊຽງຂວາງ ແລະ ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຂະແໜງການກ່ຽວຂ້ອງຂອງທ້ອງຖິ່ນ ກໍ່ຄືປະຊາຊົນທີ່ອາໄສຢູ່ໄກ້ເຂດໂຄງການຕັ້ງຢູ່ໄດ້ເຂົ້າໃຈເລິກເຊິ່ງເຖິງຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດວຽກງານການພັດທະນາບໍ່ແຮ່ຂອງບັນດາໂຄງການດັ່ງກ່າວ. ພາຍຫລັງສຳເລັດການເຜີຍແຜ່ສັນຍາບັນດາໂຄງການດັ່ງກ່າວ ທາງຄະນະວິຊາການຂອງກົມຄຸ້ມຄອງບໍ່ແຮ່ກໍ່ໄດ້ລົງປັກຫລັກໝາຍຂອບເຂດເນື້ອທີ່ສຳປະທານເພື່ອການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ພາກສະໜາມຕົວຈິງ.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506