ກົມຄຸ້ມຄອງບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕງ ແຮ່ເກືອໂປຣຕາດ

          ກອງປະຊຸມເຜີຍແຜ່ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ໝັ່ນຍືນ ຄິນສະໝອນ ຫົວໜ້າຫ້ອງວ່າການປົກຄອງແຂວງຄໍາມ່ວນ, ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ສຸລິນ ພົມມະໄຊ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ. ມີບັນດາ ທ່ານ ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ ເມືອງທ່າແຂກ, ເມືອງເຊບັ້ງໄຟ, ເມືອງໜອງບົກ, ແຂວງຄໍາມ່ວນ ແລະ ເມືອງໄຊບູລີ, ແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານຈາກຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ກົມສົ່ງເສີມການລົງທຶນ (ກະຊວງແຜນການ ແລະ ການລົງທຶນ), ກົມສິ່ງແວດລ້ອມ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ບ້ານທີ່ໂຄງການຕັ້ງຢູ່ ແລະ ບໍລິສັດເຂົ້າຮ່ວມທັງໝົດ 145 ທ່ານ.

          ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເນື້ອໃນສັນຍາສໍາປະທານ ວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ເກືອໂປຕາສ ຢູ່ເຂດເມືອງທ່າແຂກ, ເມືອງເຊບັ້ງໄຟ, ເມືອງໜອງບົກ, ແຂວງຄໍາມ່ວນ ແລະ ເມືອງໄຊບູລີ, ແຂວງສະຫວັນນະເຂດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ Hongkong Kaiyuan Mining Group Ltd ສະບັບລົງວັນທີ 23 ມີນາ 2023, ໃນເນື້ອທີ່ 9.224 ເຮັກຕາ, ທັງນີ້ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງ ພັກ, ລັດຖະບານ ໃນການພັດທະນາອຸດສາຫະກຳບໍ່ແຮ່ ຢູ່ປະເທດພວກເຮົາ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ