
ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່. ກົມຄຸ້ມຄອງບໍ່ແຮ່ ຮ່ວມມືກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ແລະ ສາລະວັນ ຈັດກອງປະຊຸມຝຶກອົບຮົມ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່ ໂດຍມີພະນັກງານ, ວິຊາການ ທີ່ຮັບຜິດຊອບວຽກງານບໍ່ແຮ່ ຈາກຂະແໜງການພາຍໃນພະແນກ ແລະ ຫ້ອງການ ພະລັງງານ ແລະ ບໍ່ແຮ່ ປະຈຳເມືອງເຂົ້າຮ່ວມ.

ຊຸດຝຶກອົບຮົມໃນມື້ນີ້ ແມ່ນນອນໃນແຜນວຽກຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຮອດປີ 2030 ແລະ ວິໄສທັດຮອດປີ 2035. ບັນດາຫົວຂໍ້ການຝຶກອົບຮົມຊຸດນີ້ ປະກອບມີ: ການເກັບກໍາຂໍ້ມູນ ແລະ ການລາຍງານ; ການແບ່ງຂັ້ນປະລິມານຊັບພະຍາກອນ ແລະ ປະລິມານສະສົມແຮ່ທາດ; ການຂຸດຄົ້ນ ແບບບໍ່ໃຕ້ດິນ; ການຄິດໄລ່ປະລິມານສະສົມແຮ່ທາດ; ການຄຸ້ມຄອງ ການປຸງແຕ່ງແຮ່ທາດ, ເຄື່ອງນຳເຂົ້າ, ຕົວຢ່າງເພື່ອວິໄຈ ແລະ ທົດລອງເຕັກໂນໂລຊີ; ຂັ້ນຕອນການສະເໜີ, ການພິຈາລະນາ ແລະ ການຄຸ້ມຄອງວຽກງານການ ຊື້ ຂາຍ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ; ວຽກງານປິດບໍ່ແຮ່ ແລະ ການວາງເງິນຄໍ້າປະກັນການປິດບໍ່ແຮ່; ການຄຸ້ມຄອງເຂດສຳປະທານ; ການນຳໃຊ້ GPS; ການນຳໃຊ້ໂດຣນເຂົ້າໃນຫນ້າວຽກການຄຸ້ມຄອງຂະແໜງບໍ່ແຮ່; ການກວດກາປະເມີນຜົນຈັດປະເພດໂຄງການລົງທຶນດ້ານບໍ່ແຮ່.

