ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ສຳເລັດເຂົ້າຮ່ວມກອງປະຊຸມ ສຳມະນາການລົງທຶນບໍ່ແຮ່ ອາຊຽນ-ຢີປຸ່ນ

          ລະຫວ່າງວັນທີ 18-21 ກຸມພາ 2025 ທີ່ຜ່ານມາ, ຄະນະວິຊາການຂອງກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໄປເຂົ້າຮ່ວມກອງປະຊຸມສຳມະນາການລົງທຶນບໍ່ແຮ່ ອາຊຽນ-ຍີ່ປຸ່ນ (ASEAN-JAPAN Mining Investment Seminar) ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ນຳພາໂດຍ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ພ້ອມດ້ວຍຄະນະ. ກອງປະຊຸມໃນຄັ້ງນີ້ ມີຜູ້ຊ່ຽວຊານດ້ານບໍ່ແຮ່ ຈາກ 10 ປະເທດສະມາຊິກອາຊຽນ ແລະ ບັນດານັກລົງທຶນຂອງປະເທດຍີ່ປຸ່ນ ເຂົ້າຮ່ວມ ເຊິ່ງຈັດຂຶ້ນຢູ່ທີ່ສຳນັກງານໃຫຍ່ຂອງ Japan Organization for Metals and Energy Security (JOGMEC) ນະຄອນຫຼວງໂຕກຽວ.

          ໃນໂອກາດການດຳເນີນກອງປະຊຸມ ຜູ້ແທນຈາກບັນດາປະເທດອາຊຽນ ໄດ້ພ້ອມກັນນຳສະເໜີແລກປ່ຽນບົດຮຽນ ກ່ຽວກັບ ນະໂຍບາຍການລົງທຶນການພັດທະນາແຮ່ທາດ ຂອງປະເທດຕົນ ເພື່ອໃຫ້ຜູ້ລົງທຶນຈາກ ຢີປຸ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈ. ຕາງໜ້າ ສປປ ລາວ ໂດຍ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນຳສະເໜີສະພາບລວມ ແລະ ນະໂຍບາຍການລົງທຶນດ້ານແຮ່ທາດ ແລະ ການພັດທະນາບໍ່ແຮ່ ຢູ່ ສປປ ລາວ ຕໍ່ກອງປະຊຸມ ເປັນຕົ້ນ: ສະພາບທີ່ຕັ້ງ, ພູມສັນຖານ, ການພັດທະນາແຮ່ທາດ ຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດຮອດປີ 2030, ສິດ ແລະ ພາລະບົດບາດ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບັນດາກະຊວງ ທີ່ກ່ຽວຂ້ອງກັບການພັດທະນາແຮ່ທາດ, ບັນດາກົົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງບໍ່ແຮ່, ສະພາບທ່າແຮງທາງດ້ານຊັບພະຍາກອນແຮ່ທາດ ແລະ ສະພາບການລົງທຶນດ້ານບໍ່ແຮ່ ແລະ ບາງຜົນໄດ້ຮັບ ຈາກການພັດທະນາແຮ່ທາດດັ່ງກ່າວ; ນອກນັ້ນ, ຍັງໄດ້ສະເໜີສະພາບສະດວກ,ຂໍ້ຫຍຸ້ງຍາກ ແລະ ບາງສິ່ງທ້າທາຍ ໃນການພັດທະນາແຮ່ທາດ ຢູ່ ສປປ ລາວ ແລະ ທິດທາງແຜນການພັດທະນາແຮ່ທາດໃນຕໍ່ໜ້າ ໂດຍສະເພາະການສ້າງໂຮງງານປຸງແຕ່ງ-ຫລໍ່ຫລອມແຮ່ທາດເພື່ອຍົກມູນຄ່າເພີ່ມ. 

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506