ກົມຄຸ້ມຄອງບໍ່ແຮ່ ສຳເລັດລົງເຜີຍແຜ່ 3 ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່ ຢູ່ແຂວງຜົ້ງສາລີ

          ລະຫວ່າງວັນທີ 18-19 ຕຸລາ 2023 ນີ້, ກົມຄຸ້ມຄອງບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ 3 ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່ ຄື: ສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ເຂດບ້ານຕາແສນຜົ້ງ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ໃນເນື້ອທີ່ 100 ເຮັກຕາ ຂອງບໍລິສັດ ຊີພີເອັມ 1 ຈໍາກັດຜູ້ດຽວ; ສັນຍາສຳປະທານ ໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ເຂດ ເມືອງຜົ້ງສາລີ, ແຂວງຜົ້ງສາລີ ໃນເນື້ອທີ່ 764 ເຮັກຕາ ຂອງບໍລິສັດ ດວງຈະເລີນ ຂຸດຄົ້ນຖ່ານຫີນ ຈຳກັດຜູ້ດຽວ ແລະ ສັນຍາສຳປະທານ ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທອງ,ເງິນ,ຊືນ ແລະ ສັງກະສີ ຢູ່ເຂດບ້ານສີຈະຈ້າຍ (ພູຕ້າຊານ), ເມືອງຍອດອູ, ແຂວງຜົ້ງສາລີ ໃນເນື້ອທີ່ 936 ເຮັກຕາ ຂອງບໍລິສັດ ອຸດສາຫະກໍາ ຢົງເຮີ ຢຸນນານ (ລາວ) ຈໍາກັດ ໂດຍການນຳພາກອງປະຊຸມຂອງ ທ່ານ ແກ້ວສະຫງວນ ວິນນາລາດ ຮອງຫົວຫນ້າກົມຄຸ້ມຄອງບໍ່ແຮ່, ມີຄະນະພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ອຳນາດການປົກຄອງເມືອງ ແລະ ບ້ານ ບ່ອນໂຄງການຕັ້ງຢູ່ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

          ກອງປະຊຸມເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່ ຄັ້ງນີ້, ຈັດຂຶ້ນເພື່ອເຮັດໃຫ້ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ໂຄງການ; ເພື່ອເສີມສ້າງການມີສ່ວນຮ່ວມ ຂອງອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ເຂົ້າໃນໂຄງການຕາມຂອບເຂດສິດ ແລະ ພາລະບົດບາດຕົນ; ເພື່ອສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ລວມທັງ ຜູ້ພັດທະນາໂຄງການ ແລະ ປະຊາຊົນ ແລະ ເພື່ອເຮັດໃຫ້ບໍລິສັດສາມາດດຳເນີນໂຄງການຂອງຕົນ ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ, ລະບຽບການ ແລະ ສັນຍາທີ່ໄດ້ເຊັນຮ່ວມກັນ.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ