ຝຶກອົບຮົມ ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບວຽກງານບໍ່ແຮ່

          ຝຶກອົບຮົມ ສ້າງຄວາເຂັ້ມແຂງທາງດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບວຽກງານບໍ່ແຮ່ ໃຫ້ກັບພະນັກງານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈໍາເມືອງ ຂອງແຂວງ ຈໍາປາສັກ.
          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2025 ທີ່ຫ້ອງປະຊຸມ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຈໍາປາສັກ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີ ຂອງທ່ານ ວົງທອງ ທິມະຫາໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່.

          ທ່ານ ວົງທອງ ທິມະຫາໄຊ ໄດ້ກ່າວວ່າ: ຄວາມຮູ້ທາງດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການຕ່າງໆ ມີຄວາມຈໍາເປັນ ແລະ ສໍາຄັນຢ່າງຍິ່ງ ສໍາລັບພະນັກງານລັດຖະກອນ ເວົ້າລວມ, ເວົ້າສະເພາະກໍ່ຄືພະນັກງານຂອງຂະແໜງຄຸ້ມຄອງບໍ່ແຮ່ ທີ່ເປັນປັດໃຈສໍາຄັນຕົ້ນຕໍໃນການຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງພະລັງງານ ແລະ ບໍ່ແຮ່ ສະນັ້ນ, ການຝຶກອົບຮົມຄັ້ງນີ້ ກໍ່ເປັນວຽກງານງານໜຶ່ງ ທີ່ເປັນການເສີມສ້າງຄວາມຮູ້ຄວາມສາມາດຂອງພະນັກງານລັດຖະກອນຂອງຂະແໜງບໍ່ແຮ່ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.

ຊຸດຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນໄປໃນເວລາ 1 ວັນ, ມີນັກສໍາມະນາກອນ ເຂົ້າຮ່ວມທັງໝົດ ຈໍານວນ 35 ທ່ານ ຊຶ່ງຫົວຂໍ້ທີ່ຈະຝຶກອົບຮົມໃນຄັ້ງນີ້້ ປະກອບມີ 8 ຫົວຂໍ້ ຄື:
1) ການອອກອະນຸຍາດ ແລະ ການຄຸ້ມຄອງເຂດສໍາປະທານ
2) ການຄຸ້ມຄອງໂຮງງານປຸງແຕ່ງແຮ່ທາດ;
3) ຂັ້ນຕອນການສະເໜີ, ການພິຈາລະນາ ແລະ ການຄຸ້ມຄອງວຽກງານການ ຊື້ ຂາຍ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ;
4) ການເກັບກໍາຂໍ້ມູນສະຖິຕິ ແລະ ການລາຍງານ;
5) ວຽກງານກວດກາປະເມີນຜົນ;
6) ວຽກງານປິດບໍ່ແຮ່
7) ເຜີຍແຜ່ ດໍາລັດວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ;
8) ດໍາລັດວ່າດ້ວຍການປັບໄໝ ແລະ ການນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ສາຍດ່ວນ: 1506