ກອງ​ປະຊຸມເຜີຍ​ແຜ່​ເນື້ອ​ໃນ​ສັນຍາ​​ສໍາປະທານໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຮ່ເຫຼັກ (ແບບທົດລອງ) 

ໃນຕອນເຊົ້າ​ວັນ​ທີ 6 ພຶດສະພາ 2022 ທີ່ຜ່ານມານີ້,  ທີ່​ຫ້ອງ​ປະຊຸມ​ຂອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ ໄດ້​ຈັດກອງ​ປະຊຸມເຜີຍ​ແຜ່​ເນື້ອ​ໃນ​ສັນຍາ​​ສໍາປະທານໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຮ່ເຫຼັກ (ແບບທົດລອງ) ຢູ່ບ້ານ ຜາຮ່ອມ, ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ຂອງບໍລິສັດ ດາວຈະເລີນ ມາຍນີ້ງ ຈຳກັດ, ໂຄງການຂຸດຄົ້ນຄຳຕົກຂ້ອນ (ແບບທົດລອງ) ຢູ່ເຂດສາຍຫ້ວຍສະປາຍ, ບ້ານ ແກ້ງກືບ, ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ  ຂອງບໍລິສັດ ແສງດາວ ຮຸ່ງເຮືອງ ມາຍນິ້ງ ຈໍາກັັດຜູ້ດຽວ ແລະ  ໂຄງການຂຸດຄົ້ນແຮ່ເຫຼັກ (ແບບທົດລອງ) ຢູ່ບ້ານພະລອງ, ເມືອງພິນ, ແຂວງສະຫວັນນະເຂດ ຂອງບໍລິສັດ ລາວມີໄຊ ມາຍນີ້ງ ຈຳກັດຜູ້ດຽວ.

ພາຍໃຕ້​ການ​ເປັນ​ປະທານຂອງທ່ານ ຈັນທະລາ ແກ້ວຫາວົງ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່ ຮ່ວມກັບ ທ່ານ ພົມມາ ຈັນທະວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ. ນອກນັ້ນຍັງມີຜູ້ຕ່າງຈາກກົມທໍລະນີສາດ ແລະ ແຮ່ທາດ, ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການການເງິນ, ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ, ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ, ຕາງໜ້າຈາກອຳນາດການປົກຄອງເມືອງ ແລະ ບ້ານບ່ອນໂຄງການຕັ້ງຢູ່  ແລະ ຕາງໜ້າຈາກ ບໍລິສັດ ດາວຈະເລີນ ມາຍນີ້ງ ຈຳກັດ, ບໍລິສັດ ແສງດາວ ຮຸ່ງເຮືອງມາຍນິ້ງ ຈຳກັດຜູ້ດຽວ ແລະ  ບໍລິສັດ ລາວມີໄຊ ມາຍນີ້ງ ຈຳກັດຜູ້ດຽວ ເຂົ້າຮ່ວມນຳ.

ຈຸດປະສົ່ງຂອງການເຜີຍແຜ່ ໃນຄັ້ງນີແມ່ນ ເພື່ອເຮັດໃຫ້ ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ມີຄວາມເຂົ້າໃຈ ຕໍ່ໂຄງການ, ເພື່ອເສີມສ້າງການມີສ່ວນຮ່ວມ ຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ເຂົ້າໃນໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ, ເພື່ອສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ເຊິ່ງກັນ ແລະ ກັນ ແລະ ເພື່ອເຮັດໃຫ້ບໍລິສັດ ດຳເນີນໂຄງການຂອງຕົນ ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ,ລະບຽບການ, ສັນຍາ ແລະ ຕາມບົດວິພາກເສດຖະກິດ-ເຕັກນິກ/ແຜນການ ທີ່ກຳນົດໄວ້.

ນອກນີ້ອະທິບາຍເນື້ອໃນຂອງ ສັນຍາໂດຍໄດ້ຍົກໃຫ້ເຫັນຈຸດປະສົງ ແລະ ເປົ້າໝາຍຂອງສັນຍາສະບັບດັ່ງກ່າວ ໃຫ້ອົງການປົກຄອງທ້ອງຖິີ່ນຮັບຮູ້ເຖິງ ສິດ, ໜ້າທີີ່ ແລະ ພັນທະຂອງພາກລັດ ແລະ ບໍລິສັດ ຕາມສັນຍາ, ຊ່ວຍຊຸກຍູ້ສົົ່ງເສີມໃຫ້ບໍລິສັດ ໄດ້ດໍາເນີນ ກິດຈະການໃຫ້ຖືກຕ້ອງຕາມເນື້ອໃນຂອງສັນຍາ ແລະ ບໍລິສັດກໍຕ້ອງເອົາໃຈໃສ່ໃນການດໍາເນີນທຸລະກິດຂອງຕົນຢ່າງ ເຂັ້ມງວດຕາມແຜນການທີີ່ໄດ້ວາງໄວ້, ເຄົາລົບນັບຖືຮິດຄອງປະເພນີ, ປະສານງານກັບອົງການປົກຄອງທ້ອງຖິີ່ນຢູາງ ໃກ້ຊິດ ແລະ ຊຸກຍູ້ສົ່ງງເສີມເສດຖະກິດຂອງທ້ອງຖິີ່ນໃຫ້ມີຄວາມເຂັ້ມແຂງ. ນອກຈາກນັ້ນ ກໍໄດ້ອະທິບາຍໃຫ້ຜູ້ເຂົ້າ ຮ່ວມປະຊຸມຊາບຕື່ມມ ກ່ຽວກັບການຄິດໄລ່ການມອບເງິນພັນທະແບບມອບເໝົາ ຕາມຂໍໍ້ຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021, ການມອບເງິນພັນທະໃຫ້ລັດຖະບານ ກ່ອນ ຕາມທີີ່ລະບຸໄວ້ໃນສັນຍາ, ການຮັກສາຄວາມປອດໄພຕໍໍ່ແຮງງານ, ການນໍາໃຊ້ແຮງງານ, ການປົກປັກຮັກສາສິີ່ງແວດລ້ອມ, ການລາຍງານຄວາມຄືບໜ້າຂອງໂຄງການໃຫ້ພາກ ລັດຢູ່າງເປັນປົກກະຕິ ແລະ ອື່ນໆ.

ພາບ-ຂ່າວ: ກົມຄຸ້ມຄອງບໍ່ແຮ່