ແຂວງເຊກອງ ບັນລຸການຊົມໃຊ້ໄຟຟ້າແບບຖາວອນແລ້ວ 82% ຂອງຄອບຄົວໃນທົ່ວແຂວງ

          ທ່ານ ຂັນຕີ ສີລະວົງສາ ກຳມະການຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆເຊກອງ, ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນແຂວງໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ອົງການປົກຄອງແຂວງເຊກອງ ກໍຄືພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ເອົາໃຈໃສ່ພັດທະນາວຽກງານ ແລະ ຂະຫຍາຍລະບົບຕາຂ່າຍໄຟຟ້າທັງໃນຕົວເມືອງ ແລະ ອອກສູ່ຊົນນະບົດຫ່າງໄກສອກຫຼີກ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ ໂດຍປະຈຸບັນ ທົ່ວແຂວງມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານແລ້ວ 155 ບ້ານກວມເອົາ 78,68% ແລະ ມີຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວ 19.094 ຄອບຄົວກວມເອົາ 82,89% ຂອງຄອບຄົວທັງໝົດ.

          ພ້ອມກັນນີ້, ແຂວງເຊກອງ ມີລະບົບຕາຂ່າຍໄຟຟ້າ 22 Kv ຄວາມຍາວທັງໝົດ 923.209 Km; ຕາຂ່າຍໄຟຟ້າ 12,7 Kv ມີຄວາມຍາວ 29.891 Km; ຕາຂ່າຍໄຟຟ້າ 0,23 Kv ຍາວ 1,65 Km ແລະ ລະບົບຕາຂ່າຍ 0,4 Kv ຍາວ 413.276 Km; ມີໝໍ້ແປງ 439 ໜ່ວຍ, ມີກໍາລັງຕິດຕັ້ງ 78.202 KVA ແລະ ມີໝໍ້ນັບໄຟທັງໝົດ 19.588 ໜ່ວຍ. ພ້ອມນີ້ ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ກໍຄືຄະນະພັກ, ອົງການປົກຄອງແຂວງ ຍັງໄດ້ອະນຸຍາດໃຫ້ບໍລິສັດສຶກສາຄວາມເປັນໄປໄດ້ (ເຊັນ MOU) ເພື່ອກໍ່ສ້າງເຂື່ອນໄຟຟ້ານ້ໍາຕົກ, ພະລັງງານໄຟຟ້າແສງຕາເວັນ, ພະລັງງານລົມ, ພະລັງງານຄວາມຮ້ອນ (ຖ່ານຫີນ) ແລະ ອື່ນໆອີກຫຼາຍໂຄງການ.

          ທ່ານ ຮອງເຈົ້າແຂວງ ໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າແຂວງຈະສືບຕໍ່ຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດຫ່າງໄກສອກຫຼີກ ແລະ ບ່ອນທີ່ມີເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າລະບົບຖາວອນຢ່າງທົ່ວເຖິງໃນທົ່ວແຂວງ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າທີ່ໄດ້ຜ່ານຂັ້ນຕອນການສຳຫຼວດ ແລະ ກໍາລັງກໍ່ສ້າງ ເພື່ອຜະລິດ-ຈໍາໜ່າຍກະແສໄຟຟ້າ ເປັນຕົ້ນໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ, ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍອີມູນ, ເຂື່ອນໄຟຟ້າເຊກະໝານ 3 ແລະໂຄງການອື່ນໆໃຫ້ສຳເລັດຕາມແຜນທີ່ກໍານົດໄວ້.

ແຫຼ່ງຂ່າວ: ຂ່າວແຂວງ ເຊກອງ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ