ໂຄງການຈັດສັນ – ກໍ່ສ້າງທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນ ແລະ ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ທີ່ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊ ເປັນໂຄງການທີ່ໄດ້ຮັບທຶນຊົດເຊີຍຈາກບໍລິສັດ ລາວຊິນຫຼົງ ບຸກເບີກອຸດສາຫະກຳບໍ່ແຮ່ ຈຳກັດ ໂຄງການດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເດືອນມີນາ ປີ 2020 ເປັນຕົ້ນມາ ຈົນຮອດປັດຈຸບັນແມ່ນໄດ້ສຳເລັດການກໍ່ສ້າງແລ້ວ 100% ໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດປະກອບມີ ວຽກຕັດຜັງບ້ານ, ກໍ່ສ້າງບ່ອນຖິ້ມຂີ້ເຫຍື້ອ, ນ້ຳລິນ, ຕາຂ່າຍໄຟຟ້າ, ເຮືອນທີ່ຢູ່ອາໄສຂອງປະຊາຊົນຈຳນວນ 24 ຫຼັງ, ສ້ອມແປງ ແລະ ຕໍ່ເຕີມຫໍພັກສຸກສາລາບ້ານມົກແວນ, ກໍ່ສ້າງຫໍພັກ ແລະ ເຮືອນຄົວໃຫ້ຄູ – ອາຈານ ໂຮງຮຽນປະຖົມບ້ານຕອງ, ກໍ່ສ້າງຫ້ອງການບ້ານ ແລະ ສະໂມສອນບ້ານ, ກໍ່ສ້າງຕະຫຼາດຊຸມຊົນ ແລະ ຫ້ອງນ້ຳສາທາລະນະ 2 ຈຸດ, ກໍ່ສ້າງ ແລະ ຕິດຕັ້ງປ້າຍຊື່ບ້ານ ລວມມູນຄ່າການກໍ່ສ້າງທັງໝົດ 8 ຕື້ 999 ລ້ານກ່ວາກີບ.