
ໃນວັນທີ 18 ກັນຍາ 2024 ນີ້ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮ່ວມກັບ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາປະເມີນຜົນຈັດປະເພດໂຄງການລົງທຶນດ້ານແຮ່ທາດ ແລະ ວຽກງານກວດກາສິ່ງແວດລ້ອມ ໂດຍການເປັນປະທານຮ່ວມຂອງ ທ່ານບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ນາງ ບຸນຍະແສງ ແສງຄໍາມີ ຮອງຫົວໜ້າກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.
ໃນທີ່ປະຊຸມວິຊາການຂອງທັງ 2 ກົມ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີການຈັດຕັ້ງປະຕິບັດວຽກງານກວດກາປະເມີນຜົນ ທີ່ຕິດພັນກັບພາລະບົດບາດຂອງຕົນ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຜັດປ່ຽນກັນແລກປ່ຽນບົດຮຽນ ໂດຍໄດ້ຍົກບັນຫາການແກ້ໄຂບັນຫາສິ່ງແວດລ້ອມ ໂດຍສະເພາະ ບັນຫາສາຍນໍ້າປະແທນ, ເຂດເມືອງຫີນບູນ, ແຂວງຄໍາມ່ວນ. ພ້ອມກັນນັ້ນກໍຍັງໄດ້ພ້ອມກັນກຳນົດບັນດາໜ້າວຽກທີ່ຈະຮ່ວມກັນແກ້ ໄຂບັນຫາຜົນກະທົບຕໍ່ນໍ້າປະແທ່ນ ໃຫ້ຄືນສູ່ສະພາບປົກກະຕິ. ໃນຕໍ່ໜ້າທັງ 2 ຝ່າຍ ຈະໄດ້ສືບຕໍ່ຮ່ວມມື ແລະ ປະສານງານກັນຢ່າງກົມກຽວ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການ.
