ເຢຍລະມັນ ໃຫ້ການສະໜັບສະໜູນ ໂຄງການປັບປຸງຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່ ຢູ່ ສປປລາວ

          ໃນວັນທີ 25 ກັນຍາ 2023 ກົມຄຸ້ມຄອງບໍ່ແຮ່ ໄດ້ສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ, ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງປາກອູ ແລະ ໂຄງການຮ່ວມມືລາວ-ເຢຍລະມັນ (Bundessanstalt fur Geowissenschaften und Rohstoffe, BGR) ປະຈໍາກົມຄຸ້ມຄອງບໍ່ແຮ່, ຊຶ່ງນໍາພາໂດຍ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ໂດຍມີທ່ານ ທອງປານ ບຸນສະນິດ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫລວງພະບາງ ແລະ Mr Klaus Holzner ຊ່ຽວຊານທີ່ປຶກສາ ໂຄງການປັບປຸງຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່ (Support For Improvement of Safety and Environmental Protection in Mining, SEPM) ແລະ ວິຊາການກ່ຽວຂ້ອງ ໄດ້ພ້ອມກັນລົງກວດກາການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມຕົວຈິງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ໃນເນື້ອທີ່ 24,92 ກມ2 ເຂດບ້ານຜາປົ່ນ, ເມືອງປາກອູ, ແຂວງຫຼວງພະບາງ ຂອງບໍລິສັດ ທຽນຈິນ ຫົວຄານບໍ່ແຮ່ (ລາວ) ຈຳກັດ ປະຈຳປີ 2023 ເພື່ອຊຸກຍູ້ໃຫ້ບໍລິສັດ ດຳເນີນວຽກງານໃຫ້ຖືກຕ້ອງຕາມກົດໝາຍ, ສັນຍາ, ເຕັກນິກ-ວິຊາການ ແລະ ລະບຽບການກ່ຽວຂ້ອງ. ພ້ອມນີ້, ຍັງໄດ້ເນັ້ນໃສ່ວຽກງານຮັກສາຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່, ຊຶ່ງໂຄງການ SEPM ແມ່ນໄດ້ຮັບການສະໜັບສະໜູນເງິນຊ່ວຍເຫລືອລ້າ ຈາກລັດຖະບານເຢຍລະມັນ ໃນການສ້າງຂີດຄວາມອາດສາມາດໃນວຽກງານການກວດກາບໍ່ແຮ່ ແລະ ຈັດຊື້ອຸປະກອນຮັບໃຊ້ວຽກງານບໍ່ແຮ່ຈໍານວນໜື່ງ ເພື່ອນຳໃຊ້ເຂົ້າໃນວຽກງານປັບປຸງຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່ ຕິດພັນກັບການພັດທະນາບໍ່ແຮ່ແບບຍືນຍົງ, ໂຄງການດັ່ງກ່າວນີ້ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຮ່ວມກັບກົມຄຸ້ມຄອງບໍ່ແຮ່ ນັບແຕ່ເດືອນ ສິງຫາ 2021 ເປັນຕົ້ນມາ, ໂດຍໄດ້ຄັດເລືອກ ເອົາໂຄງການທີ່ກຳລັງດຳເນີນການຂຸດຄົ້ນແລະ ປຸງແຕ່ງແຮ່ທາດ ຈໍານວນ 10 ບໍລິສັດ ຢູ່ 4 ແຂວງ ຄື: ແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ, ແຂວງ ວຽງຈັນ ແລະ ແຂວງ ຄຳມ່ວນ ເພື່ອເປັນເປົ້າໝາຍທົດລອງການຈັດຕັ້ງປະຕິບັດໂຄງການ ໃນການສ້າງຄວາມເຂັ້ມແຂງຂີດຄວາມອາດສາມາດໃຫ້ວິຊາການໃນວຽກງານການກວດກາບໍ່ແຮ່ ລົງເລິກດ້ານຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່.
ໃນການລົງກວດກາຕິດຕາມຄັ້ງນີ້ ຄະນະທີມງານ ໄດ້ເນັ້ນໃສ່ການລົງກວດກາພາກສະໜາມ ເປັນຕົ້ນ:ເຂດປາກອຸມົງຂຸດຄົ້ນໃຕ້ດິນ, ສາງເກັບລະເບີດ, ອ່າງຫາງແຮ່ ແລະ ເຂດປາກອຸມົງທີ່ບໍລິສັດບໍ່ໄດ້ຂຸດຄົ້ນ ແລະ ໄດ້ປິດປາກອຸມົງແລ້ວ,ໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານການຮ່ວມມືໄດ້ຮັບປະສິດທິຜົນສູງ, ກົມຄຸ້ມຄອງບໍ່ແຮ່ ຈະໄດ້ສືບຕໍ່ສົມທົບໂຄງການຮ່ວມມືລາວ-ເຢຍລະມັນ ລົງກວດກາຕິດຕາມການຈັດຕັ້ງປະຕິບັດວຽກງານຮັກສາຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມຂອງໂຄງການຢ່າງໃກ້ຊິດເປັນແຕ່ລະໄລຍະ (3 ເດືອນ, 6 ເດືອນ ແລະ ປະຈໍາປີ).

          ພ້ອມກັນນີ້, ທ່ານ Klaus Holzner ຫົວໜ້າໂຄງການ SEPM ແລະ ທ່ານ ນາງ Hedwig Theresa Stark ທີ່ປຶກສາດ້ານເຕັກນິກ (Technical Advisor) ຍັງໄດ້ມອບຄອມພິວເຕີ, ເຄື່ອງປຣິນເຕີ ແລະ ເຄື່ອງຮັບໃຊ້ວຽກງານວິຊາສະເພາະຈຳນວນໜຶ່ງ ໃຫ້ກົມຄຸ້ມຄອງບໍ່ແຮ່ ຕາງໜ້າຮັບໂດຍ ທ່ານ ແກ້ວສະຫງວນ ວິນນາລາດ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ໂດຍຈຸດປະສົງຂອງການມອບເຄື່ອງຮັບໃຊ້ດັ່ງກ່າວ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃນການຄຸ້ມຄອງການລົງທຶນດ້ານບໍ່ແຮ່.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ