
ໃນລະຫວ່າງວັນທີ 28 ເມສາ ຫາ ວັນທີ 02 ພຶດສະພາ 2025 ຜ່ານມານີ້, ຄະນະຜູ້ແທນຈາກກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງານ ແລະ ບໍ່ແຮ່ ນໍາໂດຍ ທ່ານ ນາງອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ທັງເປັນຮອງຫົວໜ້າເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຂອງ ສປປລາວ (Alternative ASOMM Leader) ພ້ອມດ້ວຍຄະນະວິຊາການຈາກຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມການຮ່ວມມືດ້ານແຮ່ທາດອາຊຽນ ຄັ້ງທີ 13 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ທີ່ຈາກາຕາ, ປະເທດອິນໂດເນເຊຍ.

ຄະນະຜູ້ແທນຂອງ ສປປ ລາວ ແມ່ນໄດ້ເຂົ້າຮ່ວມກອງປະຊຸມຫຼາຍກອງປະຊຸມຍ່ອຍທີ່ສໍາຄັນເປັນຕົ້ນ: ກອງປະຊຸມຄະນະສະເພາະກິດແຜນການຮ່ວມມືດ້ານແຮ່ທາດ ຄັ້ງທີ 7 (7th AMCAP Task Force ), ກອງປະຊຸມການຮ່ວມມືດ້ານແຮ່ທາດອາຊຽນຄັ້ງທີ 13 (13th JWG -ສປປ ລາວ ເປັນປະທານກອງປະຊຸມ) , ກອງປະຊຸມວຽກງານຖານຂໍ້ມູນດ້ານແຮ່ທາດ ຄັ້ງທີ 26 (26th WGMID), ກອງປະຊຸມວຽກງານການຄ້າ ແລະ ການລົງທຶນດ້ານແຮ່ທາດ ຄັ້ງທີ 26 (26th WGTIM), , ກອງປະຊຸມວຽກງານການພັດທະນາແຮ່ທາດແບບຍືນຍົງ ຄັ້ງທີ 26 (26th WGSMD), ກອງປະຊຸມວຽກງານການສ້າງຂີດຄວາມອາດສາມາດດ້ານແຮ່ທາດຄັ້ງທີ 26 (26th WCBM), . ນອກນັ້ນຍັງໄດ້ເຂົ້າຮ່ວມສໍາມະນາກ່ຽວກັບການຂຸດຄົ້ນແຮ່ທາດຂະໜາດນ້ອຍ ແລະ ຫັດຖະກໍາ (ASM) ໂດຍການເປັນເຈົ້າພາບຈັດຂອງປະເທດອິນໂດເນເຊຍ. ພ້ອມກັນນັ້ນ, ຍັງໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການຕັດສິນລາງວັນແຮ່ທາດອາຊຽນ ຄັ້ງທີ 2 (2nd BOJ for AMA-ສປປ ລາວ ເປັນປະທານກອງປະຊຸມ) ເພື່ອຮ່ວມກັນປຶກສາຫາລືໃນໜ້າວຽກທີ່ຕິດພັນ, ກະກຽມດ້ານເນື້ອໃນ ແລະ ຫຼັກການ ໃຫ້ແກ່ງານແຂ່ງຂັນລາງວັນແຮ່ທາດອາຊຽນ ຄັ້ງທີ 4 ທີ່ໄດ້ມີແຜນຈັດຄູ່ຂະໜານກັບກອງປະຊຸມລັດຖະມົນຕີແຮ່ທາດອາຊຽນ ຄັ້ງທີ 10 ໃນປີ 2025 ທີ່ນະຄອນຫຼວງວຽງຈັນ.

ໃນແຕ່ລະກອງປະຊຸມຍ່ອຍໄດ້ມີຫຼາຍໜ້າວຽກໄດ້ຍົກຂຶ້ນປຶກສາຫາລືເປັນຕົ້ນ: ຮ່າງຍຸດທະສາດແຮ່ທາດອາຊຽນ (AMDV), ແຜນວຽກການຮ່ວມມືດ້ານແຮ່ທາດອາຊຽນ (AMCAP IV, 2026-2030), ແຜນການຈັດງານ ASEAN Mining Conference 2025, ບັນດາແຜນວຽກບຸລິມະສິດຂອງແຕ່ລະວຽກ (PED) ຂອງແຕ່ລະ Working Group, ຄວາມຄືບໜ້າຂອງແຕ່ລະໜ້າວຽກ (Action Lines) ທີ່ແຕ່ລະປະເທດທີ່ຈະຕ້ອງປະຕິບັດໃຫ້ສຳເລັດພາຍໃນປີ 2025 ແລະ ວຽກງານອື່ນໆທີ່ຕິດພັນກັບວຽກງານການພັດທະນາແຮ່ທາດ, ຊຶ່ງແຕ່ລະປະເທດສະມາຊິກອາຊຽນກໍ່ຮ່ວມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນແຕ່ລະໜ້າວຽກທີ່ໄດ້ຍົກຂຶ້ນປຶກສາຫາລືຢູ່ກອງປະຊຸມດັ່ງກ່າວ ແລະ ຮ່ວມກັນຄົ້ນຄວ້າໃຫ້ມີຄວາມເປັນເອກະພາບກັນດ້ານເນື້ອໃນ ກ່ອນຈະນຳສະເໜີ ແລະ ຮັບຮອງແຜນວຽກຕ່າງໆ ຢູ່ຊ່ວງໄລຍະກອງປະຊຸມການຮ່ວມມືດ້ານແຮ່ທາດ ຄັ້ງທີ 14, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຄັ້ງທີ 25 ແລະ ກອງປະຊຸມລັດຖະມົນຕີແຮ່ທາດອາຊຽນ ຄັ້ງທີ 10 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ໃນຊ່ວງໄລຍະເດືອນສິງຫາ-ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.

