ກົມຄຸ້ມຄອງບໍ່ແຮ່ ສຳເລັດຍົກລະດັບດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການກ່ຽວກັບວຽກງານບໍ່ແຮ່ ຢູ່ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ Post author:mem admin Post published:12/09/2024 Post category:ກົມຄຸ້ມຄອງບໍ່ແຮ່ ໃນລະຫວ່າງວັນທີ 19-22 ສິງຫາ 2024 ທີ່ຜ່ານມານີ້, ຄະນະວິຊາການກົມຄຸ້ມຄອງບໍ່ແຮ່ ໄດ້ສົມທົບກັບ ພະແນກພະລັງງານ ບໍ່ແຮ່ແຂວງຊຽງຂວາງ ແລະ ແຂວງຫົວພັນ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງທາງດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການກ່ຽວກັບວຽກງານບໍ່ແຮ່ ໃຫ້ກັບພະນັກງານວິຊາການຂັ້ນທ້ອງຖິ່ນ. ການຈັດຝຶກອົບຮົມຄັ້ງນີ້, ແມ່ນນອນຢູ່ໃນແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຮອດປີ 2030 ແລະ ວິໄສທັດຮອດປີ 2040. ບັນດາຫົວຂໍ້ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ປະກອບມີ: ການເກັບກຳຂໍ້ມູນ ແລະ ການລາຍງານ ສະຖິຕິແຮ່ທາດ, ການຄົ້ນຄວ້າ ແລະ ການຮ່າງບົດປະກອບຄຳເຫັນປະເພດຕ່າງໆ, ການແບ່ງຂັ້ນປະລິມານຊັບພະຍາກອນ ແລະ ປະລິມານສະສົມແຮ່ທາດ, ການຄຸ້ມຄອງການປຸງແຕ່ງແຮ່ທາດ, ເຄື່ອງນຳເຂົ້າ, ຕົວຢ່າງເພື່ອມາວິໄຈ ແລະ ທົດລອງເຕັກໂນໂລຊີ, ເຕັກນິກພື້ນຖານການຂຸດຄົ້ນບໍ່ແບບໄຕ້ດິນ, ການປິດບໍ່ແຮ່ ແລະ ການວາງເງິນຄໍ້າປະກັນການປິດບໍ່ແຮ່, ວຽກງານການກວດກາບໍ່ແຮ່, ຂັ້ນຕອນການສະເໜີ, ການພິຈາລະນາ ແລະ ການຄຸ້ມຄອງວຽກງານການຊື້ຂາຍ, ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແລະ ອື່ນໆ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ມີການແລກປ່ຽນບົດຮຽນເຊິ່ງກັນແລະກັນ ໂດຍມີການຖາມ-ຕອບ, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ລົງເລິກວຽກງານວິຊາສະເພາະຂະແໜງບໍ່ແຮ່ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານບໍ່ແຮ່ ເພື່ອສ້າງຄວາມເຂົ້າໃຈໃນວຽກງານການຄຸ້ມຄອງການລົງທຶນດ້ານບໍ່ແຮ່ ຢູ່ຂັ້ນທ້ອງຖິນ ໂດຍສະເພາະຢູ່ສອງແຂວງ ຊຽງຂວາງ ແລະ ແຂວງຫົວພັນ.ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່ຮຽບຮຽງ: ຄໍາແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງອຸດສາຫະກຳ ຣາຊະອານາຈັກໄທ ແລກປ່ຽນບົດຮຽນວິຊາການດ້ານວຽກງານທໍລະນີສາດ-ບໍ່ແຮ່ 17/02/2025 ທ່ານ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕງແຮ່ຄຳ ຂອງບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ 22/04/2022 ທ່ານ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ-ປຸງແຕງແຮ່ທອງ-ຄຳ ຂອງບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ 17/02/2025
ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງອຸດສາຫະກຳ ຣາຊະອານາຈັກໄທ ແລກປ່ຽນບົດຮຽນວິຊາການດ້ານວຽກງານທໍລະນີສາດ-ບໍ່ແຮ່ 17/02/2025
ທ່ານ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕງແຮ່ຄຳ ຂອງບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ 22/04/2022
ທ່ານ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ-ປຸງແຕງແຮ່ທອງ-ຄຳ ຂອງບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ 17/02/2025