ກອງປະຊຸມເຜີຍແຜ່ສັນຍາສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ເຂດບ້ານບໍ່ຈ່ານ, ເມືອງ ຫີນເຫີບ ແລະ ບ້ານດອນ, ເມືອງ ເຟືອງ, ແຂວງ ວຽງຈັນ

          ໃນຕອນບ່າຍ ຂອງວັນທີ 01 ກຸມພາ 2023 ທີ່ຫ້ອງວ່າການປົກຄອງເມືອງຫີນເຫີບ, ແຂວງ ວຽງຈັນ. ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາການສຳປະທານພັດທະນາບໍ່ແຮ່ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ໃນເນື້ອທີ່ 248 ເຮັກຕາ, ໃນນີ້ໄດ້ແບ່ງອອກເປັນ 2 ເຂດ ຢູ່ເຂດບ້ານບໍ່ຈ່ານ, ເມືອງ ຫີນເຫີບ ຈຳນວນ 1 ເຂດ ໃນເນື້ອທີ່ 136 ເຮັກຕ່າ ແລະ ບ້ານດອນ, ເມືອງ ເຟືອງ ຈຳນວນ 1 ເຂດ ໃນເນື້ອທີ່ 112 ເຮັກຕ່າ, ເຊິ່ງກອງປະຊຸມພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ສີໄຄ ວົງຈັນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ ແລະ ມີຜູ້ຕາງໜ້າຈາກ ກະຊວງແຜນການ ແລະ ການລົງທຶນ, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ຫ້ອງວ່າການປົກຄອງແຂວງ ວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ບັນດາບ້ານທີ່ໂຄງການຕັ້ງຢູ່ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍຈຸດປະສົງຂອງກອງປະຊຸມເຜີຍແຜ່ສັນຍາສຳປະທານພັດທະນາບໍ່ແຮ່ ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບ່ອນໂຄງການຕັ້ງຢູ່ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ, ເພື່ອສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ເຊິ່ງກັນ ແລະ ກັນ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ລວມທັງຜູ້ພັດທະນາໂຄງການ ແລະ ປະຊາຊົນ ແລະ ເພື່ອເຮັດໃຫ້ບໍລິສັດ ດຳເນີນໂຄງການຂອງຕົນມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ, ລະບຽບການ, ສັນຍາ ແລະ ຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ຕາມແຜນທີ່ໄດ້ກຳນົດໄວ້.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່