
ໃນວັນທີ 9 ມັງກອນ 2025 ຄະນະທີມງານວິຊາການຈາກກົມຄຸ້ມຄອງບໍ່ແຮ່, ຊຶ່ງນໍາພາໂດຍ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ສົມທົບ ພະແນກພະລັງານ ແລະ ບໍ່ແຮ່ແຂວງສະຫວັນນະເຂດ, ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງວິລະບູລີ ລົງຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ, ຄໍາ ຢູ່ເຂດເມືອງວິລະບູລີ, ແຂວງສະຫວັນນະເຂດ ຂອງບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ ໂດຍໄດ້ຮັບການຕ້ອນຮັບຈາກ ຄະນະຜູ້ອຳນວຍການ ແລະ ພະນັກງານປະຈຳພາກສະໜາມຂອງໂຄງການຂຸດຄັ້ນ ແລະ ປຸງແຕງແຮທາອງ-ຄຳ ເຊໂປນ.


ສໍາລັບແຜນການ 3 ປີຕໍ່ໜ້າ (2025-2027) ບໍລິສັດ ໄດ້ວາງເປົ້າໝາຍດໍາເນີນການຂຸດຄົ້ນຄື: ແຮ່ຄໍາ (ຈາກບໍ່ໃຕ້ດິນ) ປະລິມານ 3,248,341 ໂຕນແຮ່, ແຮ່ຄໍາຈາກບໍ່ເປີດໜ້າດິນ ປະລິມານ 6,356,443 ໂຕນແຮ່ ແລະ ແຮ່ທອງ 5,271,984 ໂຕນແຮ່. ຊຶ່ງຈະສາມາດຜະລິດ ໂລຫະຄໍາໄດ້ປະມານ 20,675 ກິໂລກຣາມ (ຈາກບໍ່ເປີດໜ້າດິນ 10,409 ກິໂລກຣາມ ແລະ ຈາກບໍ່ໃຕ້ດິນ 10,266 ກິໂລກຣາມ) ແລະ ໂລຫະທອງໄດ້ປະມານ 76,170 ໂຕນ. ປະຈຸບັນ ບໍລິສັດກໍາລັງດໍາເນີນວຽກງານການຂຸດຄົ້ນ ແລະ ຜະລິດ ຢ່າງເປັນປົກກະຕິ ຕາມແຜນການ ແລະ ສັນຍາ.

ໃນຂັ້ນຕອນຕໍ່ໄປ ຄະນະທີມງານວິຊາການກົມຄຸ້ມຄອງບໍ່ແຮ່ ຈະໄດ້ລົງເລິກກວດກາຕິດຕາມ ວຽກງານການພັດທະນາຊຸມຊົນຂອງໂຄງການດັ່ງກ່າວເປັນອັນສະເພາະ. ນອກຈາກນັ້ນ, ຄະນະທີມງານວິຊາການຈາກກົມຄຸ້ມຄອງບໍ່ແຮ່ ຍັງໄດ້ສືບຕໍ່ລົງຊຸກຍູ້ຕິດຕາມ ບັນດາໂຄງການ ຂຸດຄົ້ນ ຫີນກາວ, ແຮ່ເຫຼັກ, ແຮ່ຄໍາເຄົ້າ ແລະ ແຮ່ຄໍາຕົກຂ້ອນ ທີ່ໄດ້ສິ້ນສຸດການຂຸດຄົ້ນ ເພື່ອເປັນບ່ອນອີງໃນການອອກໃບຢັ້ງຢືນການສົ່ງເນື້ອທີ່ຕາມລະບຽບການ.
