ສປປລາວ ມີແຮ່ທາດຫາຍາກຫຼາຍຊະນິດ ທີ່ເປັນທາ່ແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ

          ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ການດຳເນີນທຸລະກິດກ່ຽວກັບແຮ່ທາດຫາຍາກ, ການປະຕິບັດພັນທະທາງດ້ານການເງິນ ໃຫ້ເປັນລະບົບ, ມີປະສິດທິພາບ, ມີປະສິດທິຜົນ, ມີຄວາມໂປ່ງໃສ ແລະ ຮັບປະກັນເຮັດໃຫ້ການພັດທະນາແຮ່ທາດຫາຍາກ ຕິດພັນກັບການພັດທະນາແບບຍືນຍົງ ແລະ ສີຂຽວ. ກະຊວງ ພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນຂະແໜງການທີ່ມີຄວາມຮັບຜິດຊອບໂດຍກົງຕໍ່ ລັດຖະບານ ໃນວຽກງານດັ່ງກ່າວ ໄດ້ຈັດກອງປະຊຸມລະດົມແນວຄວາມຄິດຕໍ່ຮ່າງດຳລັດຂອງ ລັດຖະບານ ວ່າດ້ວຍແຮ່ທາດຫາຍາກ ຂຶ້ນຢູ່ເມືອງ ປາກຊັນ ແຂວງບໍລິຄຳໄຊ ລະຫວ່າງວັນທີ 9-10 ກຸມພາ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງ, ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ບັນດາພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

          ທ່ານ ສຸລິຍາ ແສງດາລາວົງ ກ່າວວ່າ: ເພື່ອເປັນການຜັນຂະຫຍາຍເນື້ອໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຍົກເວັ້ນບາງເນື້ອໃນມາດຕາຂອງກົດໝາຍວ່າດ້ວຍ ແຮ່ທາດ ທີ່ພົວພັນກັບການລົງທຶນພັດທະນາແຮ່ທາດຫາຍາກ ຢູ່ ສປປ ລາວ ເພື່ອຄັດເລືອກເອົານັກລົງທຶນທີ່ເຮັດແທ້ທຳຈິງ, ເປັນມືອາຊີບ, ມີປະສົບການ, ມີທຶນຮອນ, ມີນັກວິຊາການທີ່ຊຳນານງານ, ມີມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ແລະ ອື່ນໆ ເພື່ອຮັບປະກັນການປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ແຮ່ທາດຫາຍາກ ໃຫ້ມີປະສິດທິພາບ, ມີປະສິດທິຜົນ, ຍືນຍົງ, ປະຢັດ ແລະ ນຳເອົາຜົນປະໂຫຍດສູງສຸດມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.
          ປັດຈຸບັນ, ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃນຂະແໜງແຮ່ທາດ ແລະ ບໍ່ແຮ່ ມີທັງໝົດ 263 ບໍລິສັດ, 366 ກິດຈະການ; ໃນນັ້ນ ບໍລິສັດລົງທຶນຊອກຄົ້ນ ແລະ ສຳຫຼວດແຮ່ທາດ ມີທັງໝົດ 131 ບໍລິສັດ, 147 ກິດຈະການ, ບໍລິສັດ ທີ່ກຳລັງຢູ່ໃນໄລຍະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີທັງໝົດ 33 ບໍລິສັດ, 51 ກິດຈະການ, ບໍລິສັດທີ່ໄດ້ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີທັງໝົດ 99 ບໍລິສັດ, 168 ກິດຈະການ.
          ສຳລັບການລົງທຶນກ່ຽວກັບແຮ່ທາດຫາຍາກ ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດໄດ້ລົງທຶນສຳຫຼວດແຮ່ທາດຫາຍາກ ມີທັງໝົດ 9 ບໍລິສັດ, 9 ກິດຈະການ ແລະ ບໍລິສັດທີ່ໄດ້ເຊັນສັນຍາວ່າດ້ວຍການຂຸດຄົ້ນແຮ່ທາດ ໃນໄລຍະເຮັດແບບທົດລອງ ມີທັງໝົດ 5 ບໍລິສັດ, 5 ກິດຈະການ.

          ທ່ານ ຮອງຫົວໜ້າຫ້ອງການຍັງໄດ້ໃຫ້ຮູ້ຕື່ມວ່າ: ສປປ ລາວ ກໍເປັນປະເທດໜຶ່ງ ທີ່ມີທ່າແຮງກ່ຽວກັບແຮ່ທາດຫາຍາກປະເພດ ແຫຼ່ງແຮ່ທາດຫາຍາກຜຸພັງສະຫຼາຍສະສົມຢູ່ກັບທີ່, ຈາກຂໍ້ມູນແຜນທີ່ທໍລະນີສາດ ມາດຕາສ່ວນ 1:1.000.000 ຂອງ ສປປ ລາວ ເຫັນວ່າ ມີການກະຈາຍຂອງຫີນກຣານິດ ທີ່ໃຫ້ກໍາເນີດແຮ່ທາດຫາຍາກຊະນິດຜຸພັງສະສົມຢູ່ກັບທີ່ ຫຼື ແຫຼ່ງແຮ່ແບບດູດຊຶມອີອົງ ແຜ່ກະຈາຍຢູ່ເຂດ ແຂວງບໍ່ແກ້ວ-ຫຼວງນ້ໍາທາ, ແຂວງຫົວພັນ-ຊຽງຂວາງ, ແຂວງໄຊຍະບູລີ-ຫຼວງພະບາງ, ນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ-ບໍລິຄໍາໄຊ, ແຂວງຄໍາມ່ວນ-ສະຫວັນນະເຂດ, ສາລະວັນ-ເຊກອງ ແລະ ແຂວງຈໍາປາສັກ-ອັດຕະປື.
          ເຫັນໄດ້ທ່າແຮງດັ່ງກ່າວ ລັດຖະບານ ຈິ່ງມີນະໂຍບາຍໃຫ້ມີການພັດທະນາແຮ່ທາດແຮ່ທາດ ເພື່ອນໍາເອົາທຶນຮອນມາພັດທະນາປະເທດຊາດ. ເພື່ອເຮັດໃຫ້ການພັດທະນາແຮ່ທາດຫາຍາກບັນລຸຕາມຈຸດປະສົງລະດັບຄາດໝາຍ ແລະ ເກີດຜົນປະໂຫຍດສູງສຸດນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນນາມຜູ້ຮັບຜິດຊອບວຽກນີ້ ຈຶ່ງໄດ້ສ້າງຮ່າງດໍາລັດວ່າດ້ວຍແຮ່ທາດຫາຍາກ ເພື່ອເປັນເຄື່ອງມືປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ແຮ່ທາດຫາຍາກ ຊຶ່ງຜ່ານມາກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລື ຕໍ່ກັບເນື້ອໃນຂອງດຳລັດວ່າດ້ວຍ ແຮ່ທາດຫຼາຍຄັ້ງ, ຊຶ່ງໄດ້ສຳເລັດຮ່າງເນື້ອໃນເບື້ອງຕົ້ນ.

           ສະນັ້ນ, ເພື່ອໃຫ້ຖືກຕ້ອງຕາມຂັ້ນຕອນຂອງການສ້າງນິຕິກຳ ແລະ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງດຳລັດດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ຈຶ່ງໄດ້ຈັດກອງປະຊຸມໃນມື້ນີ້ຂຶ້ນ ເພື່ອພ້ອມກັນຄົ້ນຄວ້າ ແລະ ເປັນເອກະພາບຕໍ່ຮ່າງເນື້ອໃນຂອງຮ່າງດຳລັດວ່າດ້ວຍ ແຮ່ທາດຫາຍາກ ກ່ອນຈະນໍາເອົາຮ່າງດຳລັດດັ່ງກ່າວສະເໜີໄປຍັງກະຊວງຍຸຕິທຳ ເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ ກ່ອນຈະນໍາສະເໜີໃຫ້ ລັດຖະບານ ພິຈາລະນາຮັບຮອງ.

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ