
ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່. ກົມຄຸ້ມຄອງບໍ່ແຮ່ ຮ່ວມມືກັບພະແນກພະລັງງານ ແລະ ບໍ່ແຮ່ ບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ຈັດກອງປະຊຸມຝຶກອົບຮົມ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່ ໂດຍມີພະນັກງານ, ວິຊາການ ທີ່ຮັບຜິດຊອບວຽກງານບໍ່ແຮ່ ຈາກຂະແໜງການພາຍໃນພະແນກ ແລະ ຫ້ອງການ ພະລັງງານ ແລະ ບໍ່ແຮ່ ປະຈຳເມືອງເຂົ້າຮ່ວມ.
ຊຸດຝຶກອົບຮົມໃນມື້ນີ້ ແມ່ນນອນໃນແຜນວຽກຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຮອດປີ 2030 ແລະ ວິໄສທັດຮອດປີ 2035. ບັນດາຫົວຂໍ້ການຝຶກອົບຮົມຊຸດນີ້ ປະກອບມີ: ການເກັບກໍາຂໍ້ມູນ ແລະ ການລາຍງານ; ການແບ່ງຂັ້ນປະລິມານຊັບພະຍາກອນ ແລະ ປະລິມານສະສົມແຮ່ທາດ; ການຂຸດຄົ້ນ ແບບບໍ່ໃຕ້ດິນ; ການຄິດໄລ່ປະລິມານສະສົມແຮ່ທາດ; ການຄຸ້ມຄອງ ການປຸງແຕ່ງແຮ່ທາດ, ເຄື່ອງນຳເຂົ້າ, ຕົວຢ່າງເພື່ອວິໄຈ ແລະ ທົດລອງເຕັກໂນໂລຊີ; ຂັ້ນຕອນການສະເໜີ, ການພິຈາລະນາ ແລະ ການຄຸ້ມຄອງວຽກງານການ ຊື້ ຂາຍ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ; ວຽກງານປິດບໍ່ແຮ່ ແລະ ການວາງເງິນຄໍ້າປະກັນການປິດບໍ່ແຮ່; ການຄຸ້ມຄອງເຂດສຳປະທານ; ການນຳໃຊ້ GPS; ການນຳໃຊ້ໂດຣນ ເຂົ້າໃນຫນ້າວຽກການຄຸ້ມຄອງຂະແໜງບໍ່ແຮ່; ການກວດກາປະເມີນຜົນຈັດປະເພດໂຄງການລົງທຶນດ້ານບໍ່ແຮ່.

ຜ່ານການປະກອບຄໍາເຫັນແລກປ່ຽນ ຕໍ່ ບົດຮຽນ ດັ່ງກ່າວ ຂອງຜູ້ເຂົ້າຮ່ວມກອງປະຊຸມ ເຫັນວ່າສ່ວນໃຫຍ່ນັກສໍາມະນາກອນແມ່ນໄດ້ເຂົ້າໃຈ ແລະ ກໍາໄດ້ ທາງດ້ານເຕັກນິກວິຊາການ ແລະ ນິຕິກໍາ ດັ່ງກ່າວ ໃນວຽກງານຄຸ້ມຄອງການລົງທຶນດ້ານບໍ່ແຮ່ ໃນຕໍ່ໜ້າ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ນອກຈາກນັ້ນ ໃນຕໍ່ໜ້າຂໍໃຫ້ ສູນກາງ ກໍຄືກົມຄຸ້ມຄອງບໍ່ແຮ່ ໃຫ້ມີການສືບຕໍ່ຝຶກອົບຮົມແລະ ສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ແລະ ຍົກລະດັບບຸກຄະລະກອນຂອງຂະແໜງບໍ່ແຮ່ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506